ມີແລ້ວຊ່ວຍຜູ້ຍັງຍາກ ຊົມເຊີຍສາວຕາດຳ

    0
    180

    ມື້ກ່ອນແອັດໄດ້ນຳເອົາ ເລື່ອງລາວຂອງສາວອະດີດກຳມະກອນໂຮງງານ ພິກຜັນຊີວິດຈົນກາຍມາເປັນເຈົ້າຂອງທຸລະກິດລົງຂ່າວໄປ ແຟນຂ່າວຫຼາຍຄົນແມ່ນຊົມເຊີຍທີ່ສູ້ຊີວິດ ແຕ່ບາງຄົນກໍ່ວ່າ ລວຍແລ້ວຄືບໍເຫັນໄປຊ່ວຍຄົນອື່ນ ຄວາມຈີງເພິ່ນກໍ່ຊ່ວຍນັ້ນແລ ຕ່າງແຕ່ວ່າມື້ນັ້ນ ແອັດບໍໄດ້ເວົ້າເລື່ອງປະເດັນຊ່ວຍເຫຼືອ ກໍ່ເລີຍເອົາແຕ່ເລື່ອງລາວຊີວິດມາຝາກກ່ອນ.

    ແລະມື້ນິ້ 6 ຕຸລາ 2021 ສາວຕາດຳພ້ອມທີມງານແຈ້ງວ່າ ທາງບໍລິສັດໂອໂຫ ຫຼື ບໍລິສັດຂອງສາວຕາດຳເອງ ຈະຊື້ໝີ່ ປອງປາ ແລະ ອາຫານແຫ້ງຕ່າງໆ ໄປຊ່ວຍ ນັກຮຽນທີ່ຄ້າງຢູ່ຫໍພັກ ໂຮງຮຽນແພດ ແລະ ເຕັກນິກແຂວງວຽງຈັນ.

    ເຊິ່ງເພິ່ນໄດ້ໄປມອບມາແລ້ວເປັນທີ່ຮຽບຮ້ອຍ, ຖືເປັນການຊ່ວຍເຫຼືອກັນໃນຍາມວິກິດ ເງິນທີ່ໄດ້ມາກໍ່ຈາກປະຊາຊົນ ກໍ່ຄືນກຳໄລຖດຍການໃຫ້ການຊ່ວຍເຫຼືອກັບຄືນແກ່ສັງຄົມ ເຖິງຈະບໍແມ່ນສົ່ງຄືນໂດຍກົງໃຫ້ບັນດາລູກຄ້າ ແຕ່ມີນ້ຳໃຈແບ່ງປັນກໍ່ຄືທີ່ສຸດແລ້ວ.

    ສຳລັບສາວຕາດຳຄົນນີ້ ອະດີດເຄີຍເປັນກຳມະກອນໂຮງງານ ແຕ່ຊີວິດເພິ່ນເລີ່ມພິກຜັນຫຼັງຫັນມາຮຽນຄ້າຂາຍຜ່ານອອນລາຍ ຕ້ອງບອກວ່າກ້າຄິດກ້າຕັດສິນໃຈຈິ່ງໄປເຖິງຈຸດໝາຍໄດ້

    ສຸດທ້າຍ ແອັດບໍໄດ້ຮູ້ຈັກເພິ່ນເດີ້ ພຽງແຕ່ຕິດຕາມຜົນງານຂອງຄົນສູ້ຊີວິດເທົ່ານັ້ນ

    ຜູ້ງາມ ແລະໃຈດີອີກ ຂອບໃຈແທນຜູ້ໄດ້ຮັບເນີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.