ຟ້າວ! ເປັນເຫດຂົວເພຂົວພັງ

    0
    1762

    ຮູ້ວ່າທຸກຄົນຟ້າວໄປທຳມາຫາກິນ ຫຼັງພັກໂຄວິດມາຍາວນານ ແຕ່ຍາມໃດຊີວິດກໍ່ສຳຄັນກວ່າສະເໝີ ແລະຊັບສິນສຳລັບຍາມນີ້ຕ້ອງປະຢັດໃຫ້ຫຼາຍທີ່ສຸດ ເພື່ອບໍ່ສິ້ນເປືອງເພີ່ມ ເພາະຫາໄດ້ໜ້ອຍຢູ່ແລ້ວ ເຊິ່ງການເດີນທາງຈິ່ງຕ້ອງລະມັດລະວັງເປັນພິເສດເພື່ອຫຼີກລຽງອຸບັດຕິເຫດທີ່ອາດເກີດຂຶ້ນ.

    ຄືດັ່ງເຫດການນີ້ເຖິງບໍ່ອັນຕະລາຍເຖິງຊີວິດແຕ່ກໍ່ເສຍຊັບສິນໄປຫຼາຍສົມຄວນ ຊັບສິນສ່ວນຕົວກໍ່ຕ້ອງໃຊ້ ສ່ວນລວມກໍ່ຕ້ອງແປງອີກພູດ ສະນັ້ນອັນໃດ ພໍປ່ອຍກໍ່ປ່ອຍກັນແດ່ ຢ່າຟ້າວຫລາຍ.

    ເຫດເກີດຂຶ້ນເວລາ 16 ໂມງ ຂອງວັນທີ 5 ຕຸລາ 2021 ລົດໂມ້ປູນຕຳລົດຮຸນໄດ ຊັດໃສ່ຫົວຂົວຫ້ວຍຕະປຸງ ເມືອງເລົ່າງາມ ແຂວງສາລະວັນ.

    ເສຍຫາຍຫຼາຍເລີຍ ຈັ່ງໃດກໍ່ຂໍໃຫ້ພາກັນຄ່ອຍໄປຄ່ອຍມາແດ່ເດີ້ ເພາະເກີດຫັຍງມາເສຍທັງເວລາເສຍທັງຊັບສິນຫຼື ກໍ່ອາດຈະເຖິງແກ່ຊີວິດໄດ້


    Cr: Bounthong Pvl

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.