ບັ້ງອົດແຕກ ຂໍເປີດຫ້ອງອຸ່ນເຄື່ອງພັດມາພົບອ້າຍຕຳຫຼວດສານໍ

    0
    163

    ຖືວ່າຊ່ວງນີ້ຖືກສັ່ງຫ້າມເປັນກໍລະນີພິເສດສຳລັບການກິນດື່ມຊຸມແຊວ ບໍແມ່ນຫຍັງດອກ ຢ້ານວ່າໂຄວິດຈະກະທົບຕໍ່ຊີວິດ ແລະສຸຂະພາບຂອງຜູ້ກໍ່ເຫດເອງ ແລະລາມໄປໃສ່ຄົນໃນຄອບຄົວ ແລະສັງຄົມ ເວົ້າແບບນີ້ຫຼາຍຄົນຕ້ອງຢາກຕອບວ່າ ກໍຢ່າລະແມ້ຄວາມສຸກຂອງເຮົາ ແຕ່ຢ່າລືມວ່າ ເມື່ອເຈັບເປັນມາຈະກາຍເປັນພາລະຂອງລັດຖະບານທັນທີ ສະນັ້ນເພິ່ນຈິ່ງເຕືອນແລ້ວເຕືອນອີກ.

    ແຕ່ເຖິງປານນັ້ນ ຍັງມີໄວລຸ້ນໄປລັກເປີດຫ້ອງມົ້ວສຸມໃນໂຮງແຮມ ມີຢາແລະ ອາວຸດສົງຄາມນຳ ຖືວ່າບໍ່ສົນໃຈຕໍ່ການເຕືອນຂອງຜູ້ບໍລິຫານບ້ານເມືອງ ຄົນແບບນີ້ຕ້ອງລົງໂທດໃຫ້ໜັກແດ!


    ເຊິ່ງເຈົ້າໜ້າທີ່ໄດ້ໄປກວດພົບໃນເວລາປະມານ 23:30 ໂມງ ຂອງວັນທີ 4/10/2021 ນີ້, ປກສ ກຸ່ມເພຍວັດ ຮ່ວມກັບກອງພັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າກວດກາຈຸດມົ້ວສຸມ ໃນໂຮງແຮມແຫ່ງໜຶ່ງ ຈຳນວນ 2 ຫ້ອງ ເຊິ່ງພົບໄວລຸ້ນທີ່ມາມົ້ວສຸມທັງໝົດ ຈໍານວນ 32 ຄົນ, ມີຢາ ພ້ອມອາວຸກເສິກ 3 ກະບອກ, ຫ້ອງທີ 1 ເປັນຫ້ອງເບີ 828 ພົບເຫັນໄວລຸ້ນຊາຍ ຈໍານວນ 8 ຄົນ ຍິງ 2 ຄົນ.
    ຫ້ອງທີ 2 ເປັນຫ້ອງຄາລາໂອເກະ ຫ້ອງໃຫຍ່ພົບເຫັນໄວລຸ້ນຊາຍ ຈໍານວນ 24 ຄົນ ຍິງ 11 ຄົນ, ເປັນຄົນຈີນ 13 ຄົນ, ມີການດື່ມເຫຼົ້າ-ເບຍ ແລະ ມີຢາ5 ຖົງນ້ອຍ.
    ຈາກເຫດການດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ນຳເອົາພວກກ່ຽວໄປສອບສວນ ເພື່ອດຳເນີນຕາມຂະບວນການຂອງກົດໝາຍ.

    ພາບ-ຂ່າວ: ຂ່າວສານລາວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.