ຫົວພັນແຈ້ງເຂັ້ມງວດ! ປິການເຂົ້າ-ອອກ ແຂວງເລີ່ມແຕ່ 5-18 ຕຸລາ

    0
    769

    ຫົວພັນເຖິງຈະເປັນແຂວງ ທີ່ປອດໂຄວິດກໍ່ຕາມ ແຕ່ຕໍ່ກັບການລະບາດຂອງໂຄວິດ19ໃນຕອນນີ້ ແມ່ນຍັງລາມືບໍ່ໄດ້ ຍິ່ງປອດເຊື້ອຍິ່ງຕ້ອງປ້ອງກັນໃຫ້ເຂັ້ມງວດໂດຍການປະຕິບັດມາດຕະການຕ່າງໆໃຫ້ດີ ແລະຮັດກຸມທີ່ສຸດ ເພື່ອບໍ່ໃຫ້ປະຊາຊົນໃນພື້ນທີ່ຕິດເຊື້ອແຂວງຫົວພັນຈິ່ງປະກາດລັອກດາວຮອບໃໝ່ຈົນຮອດວັນທີ 18 ຕຸລາ 2021.

    ແຂວງ ຫົວພັນໄດ້ແຈ້ງການເພີ່ມເຕີມ ເລກທີ 306/ຈຂ.ຫພ ລົງວັນທີ 4 ຕຸລາ 2021 ໃນການສືບຕໍ່ ປິດການເຂົ້າ-ອອກ ແຂວງ ຫົວພັນຊົ່ວຄາວ ທັງນີ້ ກໍ່ເພື່ອເປັນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຮ້າຍນີ້.

    ໂດຍຈະໄດ້ປີດການເດີນທາງເຂົ້າ-ອອກແຂວງຫົວພັນ (Lockdown ) ນັບແຕ່ວັນທີ 05-18 ຕຸລາ 2021 ແລະ ຫ້າມບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງຫົວພັນ ເດີນທາງອອກໄປຕ່າງແຂວງ ແລະ ຫ້າມຄົນຕ່າງເເຂວງເດີນທາງເຂົ້າມາແຂວງຫົວພັນ ຖ້າວ່າກໍລະນີບຸກຄົນ, ນິຕິບຸກຄົນ ທີ່ມີຄວາມຈໍາເປັນອັນຮີບດ່ວນ ຈະເດີນທາງເຂົ້າ-ອອກ ແຂວງຫົວພັນ ຕ້ອງໄດ້ອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນສາກ່ອນ.

    ປິດການຂົນສົ່ງໂດຍສານ ທາງບົກ-ທາງອາກາດ, ປິດການຂົນສົ່ງສິນຄ້າເຂົ້າ-ອອກ ແຂວງຫົວພັນ ຍົກເວັ້ນລົດບັນທຸກສິນຄ້າປະເພດນໍ້າມັນ ຕ້ອງໄດ້ປະຕິບັດການຄ່ຽນຖ່າຍສິນຄ້າ ຫຼື ປ່ຽນໂຊເຟີລົດຢູ່ຈຸດກວດກາຂອງແຂວງ, ສ່ວນລົດປະເພດອື່ນໆ ແມ່ນບໍ່ອະນຸຍາດໃຫ້ເຂົ້າແຂວງຫົວພັນຢ່າງເດັດຂາດ.

    ພ້ອມນີ້, ມອບໃຫ້ເຈົ້າຫນ້າທີ່ ປກຊ-ປກສ ແຂວງ-ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທຸກຂັ້ນເພີ່ມທະວີຈັດຕັ້ງເວນຍາມ, ລາດຕະເວນກວດກາຕະຫຼອດ 24 ຊົ່ວໂມງ, ຫາກພົບເຫັນບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທີ່ ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຂວງວາງອອກ ຕ້ອງປັບໃຫມ ພ້ອມທັງປະຕິບັດຕາມລະບຽບການກ່ຽວຂ້ອງທີ່ແຂວງກໍານົດໄວ້ຕາມກໍລະນີຫນັກ ຫຼື ເບົາ ຢ່າງເຂັ້ມງວດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.