ວັນທີ 30 ກັນຍາ 2021 ຢູ່ບ້ານ ນໍ້າແບງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ມີປະຊາຊົນຈຳນວນ 37 ຄົນ ຖອກທ້ອງກະທັນຫັນ ຕ້ອງໄດ້ນຳສົ່ງໂຮງໝໍເມືອງໂດຍດ່ວນ.
ທ້າວ ພຽນ ແກ້ວບາງ ປະຊາຊົນບ້ານນໍ້າແບງ ທີ່ເປັນໜຶ່ງໃນຈຳນວນຄົນເຈັບ ໃຫ້ຮູ້ວ່າ: ວັນທີ 30 ກັນຍານີ້ຜູ້ກ່ຽວພ້ອມດ້ວຍໝູ່ເພື່ອນພາຍໃນບ້ານໄດ້ພາກັນນຳເອົາຊີ້ນຄວາຍທີ່ຕາຍໂດຍບໍ່ຮູ້ສາເຫດມາປຸງແຕ່ງອາຫານ ຈາກນັ້ນມີອາການເຈັບທ້ອງ ແລະ ຖອກທ້ອງຢ່າງກະທັນຫັນ ຈຳນວນ 37 ຄົນ ອາການໜັກນຳສົ່ງໂຮງໝໍ ແລະ ມີຫຼາຍຄົນທີ່ມີອາການເບົາບາງປິ່ນປົວຢູ່ພາຍໃນບ້ານ.
ຕາມການການສັນນິຖານເບີ້ອງຕົ້ນຂອງ ທ່ານໝໍປະຈຳໂຮງໝໍຊຸມຊົນເມືອງຊຽງຮ່ອນ ໃຫ້ຮູ້ວ່າ: ສາເຫດໃນການຖອກທ້ອງກະທັນຫັນຄັ້ງນີ້ ອາດເກີດຈາກການບໍລິໂພກຊີ້ນຄວາຍທີ່ຕາຍບໍ່ຮູ້ສາເຫດ ສ່ວນວ່າສາເຫດທີ່ເຮັດໃຫ້ຄວາຍໂຕດັ່ງກ່າວຕາຍແມ່ນຍ້ອນເກີດຈາກເຊື້ອພະຍາດຫຍັງແທ້ ວິຊາການລະບາດວິທະຍາໂຮງໝໍຊຸມຊົນເມືອງຊຽງຮ່ອນ ກຳລັງລົງກວດກາຢູ່ບ້ານດັ່ງກ່າວເພື່ອຊອກຫາສາເຫດວ່າເກີດຈາກຫຍັງແທ້.
Cr: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ