ວັນທີ 30 ກັນຍາ 2021ນີ້ ບໍລິສັດຫ້ອງບັນເທີງອ໋ອດສະກ້າໄດ້ ມອບຢາກະຊາຍຂາວ 35 ກ່ອງ ໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງ ມູນຄ່າ 5.000.000₭
ມອບໂດຍ ທ່ານນາງດວງຈັນ ວຽງສະຫວັນ ປະທານບໍລິສັດພ້ອມດ້ວຍຄະນະບໍລິຫານງານ ຕາງໜ້າຮັບໂດຍທ່ານ.ພທ.ອຸດອນຈັນທະວົງຮອງຕຳຫລວດສັນຕິບານບັນຊາການ ປກສ ແລະ ໃນວັນທີ 1 ຕຸລາ 2021ນີ້ ບໍລິສັດບັນເທີງອ໋ອອດສະກ້າ ກໍໄດ້ສືບຕໍ່ມອບເຄື່ອງອຸປະກອນການແພດປ້ອງກັນໂຄວິດ-19 ຊຸດ PPE500 ຊຸດ ແລະ ແວ່ນຕາອີກ 500 ຊຸດ ພ້ອມເງິນສົດລວມມູນຄ່າ 20.000.000 ກີບໃຫ້ແກ່ກົມຕໍມໍຕຳຫລວດກວດຄົນເຂົ້າ-ອອກເມືອງ ຮັບທ່ານ ພັອ.ສາຍສະໜີງ ສີວິໄລ ຫົວຫນ້າກົມຕຳຫລວດກວດຄົນເຂົ້າອອກເມືອງ ແລະ ທ່ານບຸນສິດ ພົນນິຍົມ ຫົວໜ້າພະແນກບໍລິຫານຈັດຕັ້ງ.
ນັບວ່າເປັນການປະກອບສ່ວນທີ່ດີທີ່ບໍລິສັດ ເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂຄວິດ-19 ຢູ່ໃນນະຄອນຫລວງວຽງຈັນ ກໍຄືທົ່ວປະເທດ ເພື່ອເຮັດໃຫ້ເຈົ້າໜ້າທີ່ດ່ານໜ້າໄດ້ປະຕິບັດວຽກງານຢ່າງເຕັມທີ່ດ້ວຍຄວາມປອດໄພ ແລະ ພ້ອມກັນກ້າວຜ່ານວິກິດນີ້ໄປໄດ້ໂດຍໄວ.