ກົດໄລ້ ກົດແຊຣ໌ ດວງລາຍວັນ 2 ຕຸລາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    461

    ຄົນເກີດວັນຈັນ:ການ​ງານ ປັບ​ປ່ຽນ​ວິທີ​ການ​ການ​ເຮັດ​ວຽກງານ​ໃໝ່​ໝົດ​ໃນ​ໄລຍະນີ້ ຈະ​ເກີດ​ການ​ປ່ຽນ​ແປງ​ໃນ​ການ​ຂະຫຍາຍ​ສາ​ຂາ​ທາງ​ທຸລະກິດ ການ​ເງິນຈະ​ຍັງ​ສາມາດ​ເງິນ​ໝຸນ​ໃນ​ໄລຍະນີ້​ໄດ້ ໝຸນ​ຫາ​ເງິນ​ໄດ້​ທັນ​ໃຊ້​ທັນ​ຈ່າຍ​ຢູ່ໃນ​ເກນ​ທີ່​ດີ ຄວາມ​ຮັກ ຖ້າ​ຈະ​ພົບ​ຮັກ​ກໍ​ຈະ​ເປັນ​ລັກສະນະ​ເຫດການ​ຂອງ​ການ​ທີ່​ຈະ​ມີ​ສ່ວນ​ຊ່ວຍ​ເຫຼືອ​ກັນ ໃນ​ເລື່ອງ​ຂອງ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ການ​ງານ

    ຄົນເກີດວັນອັງຄານ:ການ​ງານ​ ທ່ານເປັນຄົນທີ່ມັກພົບ​ໂອ​ກາດ​ທີ່​ດີ ​ແລະ ​ຄວາມ​ພະຍາຍາມ​ຈະ​ບໍ່​ເສຍ​ເປົ່າ ພົບ​ຄວາມ​ກ້າວ​ໜ້າ ພົບ​ຄວາມ​ສຳ​ເລັດ ຫາກ​ມີ​ຄວາມ​ຕັ້ງ​ໃຈ​ຈິງ ການ​ເງິນ ​​ໂຊ​ກດີ​ສະເໝີ​ເພາະ​ຈະ​ພົບ​ຄວາມ​ກົດ​ດັນ​ທາງ​ດ້ານ​ການ​ເງິນ​ທີ​​​ຈະ​ພົບ​ຄົົນທີ່​ເຂົ້າ​ມາ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ທຸກ​ເວລາ​ໃນ​ໄລຍະນີ້ ຄວາມ​ຮັກ ໂດຍລວມ​ດ້ານ​ຄວາມ​ຮັກ​ຢູ່ໃນ​ເກນ​ທີ່​ຍັງ​ບໍ່​ລົງ​ຕົວ​ເພາະ​ວ່າ​ພາລະ​ກິດ​ຄ່ອນ​ຂ້າງ​ຫຼາຍ​ຈຶ່ງ​ບໍ່​ມີ​ເວລາ​ທຸ້ມເທ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ

    ຄົນເກີດວັນພຸດ:ການ​ງານ​ ຕັ້ງ​ເປົ້າ​ໝາຍ​ດ້ວຍ​ຄວາມ​ພະຍາຍາມ​ ແລະ ​ຄວາມ​ສ້າງສັນ​ນຳ​ພາ​ຕົນ​ໄປ​ສູ່​ຄວາມ​ສຳ​ເລັດ ມີ​ຊື່​ສຽງ​ດີ​ຂຶ້ນ​ໃນ​ການສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນ ໄດ້​ເຂົ້າ​ມາ​ເລື້ອຍ​ໆ ສະເໝີ​ໃນ​ໄລຍະນີ້ ມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ເປັນ​ຢ່າງ​ສູງ ຄວາມ​ຮັກ ​ມີ​ເວລາ​ໃຫ້​ກັນ​ບໍ່​ຫຼາຍ​ໃນ​ໄລຍະນີ້ ຈຶ່ງ​ຈຳ​ເປັນ​ຕ້ອງ​ແບ່ງ​ເວລາ​ໃຫ້​ກັນ​ຫຼາຍ​ຂຶ້ນ​ຈຶ່ງ​ມີ​ຄວາມ​ສຸກ ​ແລະ ​ຄວາມ​ສຳພັນ​ທີ່​ລົງ​ຕົວ

    ຄົນເກີດວັນພະຫັດ:ການ​ງານ​ ການ​ເບິ່ງ​ແຍງ​ລູກ​ຄ້າ​ທີ່​ມີ​ຄຸນນະພາບ​ດີ​ໄວ້​ຈະ​ເປັນ​ໂຊ​ກດີ​ຕໍ່​ຄວາມ​ສຳ​ເລັດໃນ​ໄລຍະຍາວ ການ​ເງິນ ​​ການເດີນທາງ​​ຈະ​ເຮັດໃຫ້​ປະ​ສົບ​ພົບ​ຄວາມ​ໂຊ​ກດີ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​ ຈະ​ພົບ​ຄົົນທີ່​ມີ​ສະເໜ່​ເກັ່ງ​ມີ​ຄວາມ​ສາມາດ ມີ​ໂອ​ກາດ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ

    ຄົນເກີດວັນສຸກ:ການ​ງານ ການ​ເຮັດ​ວຽກງານ​ຮ່ວມ​ກັນ​ເປັນ​ທີມ​ຍັງ​ຈຳ​ເປັນ​ຕ້ອງ​ຫາ​ລູກ​ທີມ​ທີ່​ມີ​ຄວາມ​ມຸ່ງໝັ້ນ​ ແລະ ​ຕັ້ງ​ໃຈ ​ແລະ ​ຖ້າ​ສົ່ງ​ເສີມ​ຊ່ວຍ​ເຫຼືອ ການ​ເງິນ ຫາ​ເງິນ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ແມ່ນ​ແຕ່​ເບິ່ງ​ຄື​ຈະ​ຕ້ອງ​ນຳ​ເງິນ​ໄປ​ຊື້​ຢາ​ບຳ​ລຸງ​ທີ່​ຈະ​ມາ​ເບິ່ງ​ແຍງ​ໃນ​ເລື່ອງ​ຂອງ​ສຸຂະພາບ​ຂອງ​ຕົນເອງ​ໃນ​ໄລຍະນີ້​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ ​ຈະ​ພົບ​ຮັກ​ກ່ຽວ​ຂ້ອງ​ກັບ​ການ​ງານ ຫຼື​ຜູ້ໃຫຍ່​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ໃຜ​ບາງ​ຄົົນທີ່​ມີ​ສະເໜ່​ສະຫຼຽວ​ສະຫຼາດ ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ

    ຄົນເກີດວັນເສົາ:ການ​ງານ​ ໄລຍະນີ້​ຈະ​ໄດ້​ເຮັດ​ໂປຣ​ເຈັກ​​ວຽກງານ​ທີ່​ໃຫຍ່​ຂຶ້ນ ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ ແຕ່​ຕ້ອງ​ແລກ​ມາເຊິ່ງຄວາມ​ເມື່ອຍ ການ​ເງິນ ຄົນ​ຮັກ​ມີ​ສ່ວນ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ທີ່​ຈະ​ໄດ້​ຊັບ​ໄດ້​ເງິນ​ເຂົ້າ​ມາ ຈະ​ໄດ້ຮັບ​ການ​ອຸປະຖຳ​ຊ່ວຍ​ເຫຼືອ​ຈາກ​ຄົນ​ຮັກ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ​ ເບິ່ງ​ຄືຄວາມ​ສຳພັນ​ເທື່ອ​ນີ້​ຈະ​ມີ​ເລື່ອງ​ກ່ຽວກັບ​ຜົນ​ປະໂຫຍດ​ມາ​ກ່ຽວ​ຂ້ອງ ອາດ​ເຮັດໃຫ້​ເກີດ​ການ​ຂັດ​ແຍ້ງກັບ​ຄົນ​ຮັກ​ກໍ​ເປັນ​ໄປ​ໄດ້​ເພາະ​ຜົນ​ປະໂຫຍດ​ບໍ່​ລົງ​ຕົວ

    ຄົນເກີດວັນອາທິດ:ການ​ງານ ຈະ​ເຮັດ​ທຸລະກິດ​ຫຍັງ​ເປັນ​ເງິນ​ເປັນ​ທອງ​ໄປ​ທຸກ​ຢ່າງ​ໄລຍະນີ້ ດວງຢູ່ໃນ​ເກນ​ທີ່​ດີ​ຫຼາຍ​ໆ ເພາະ​ຄວາມ​ຂະຫຍັນ ເກັ່ງ ແລະ​ ມີ​ຄວາມ​ສາມາດ​ຂອງ​ຕົນເອງ​ລ້ວນ​ໆ ການ​ເງິນ ຖ້າ​ຢາກ​ໄດ້​ເງິນ​ເພີ່ມ​ເປັນ​ທະວີ​ຄູນ​ຕ້ອງ​ຫາ​ຫົນ​ທາງ​ໃໝ່ ສຶກ​ສາ​ຂໍ້​ມູນ ແລະ​ ແນວ​ທາງ​ຕ່າງ​ໆ ໃນ​ເລື່ອງ​ຂອງ​ການເຮັດ​ທຸລະກິດ​ເສີມ​ເພີ່ມເຕີມ​ອີກ​ຈຶ່ງ​ຈະ​ດີ
    ຄວາມ​ຮັກ​ ຈະ​ພົບ​ຄົນ​ເກັ່ງ​ ແລະ ​ມີ​ຄວາມ​ສາມາດ​ຫຼາຍ​ໆ ໃນ​ໄລຍະນີ້ ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ນັ້ນ​ເປັນ​ແບບ​ຫ່າງ​ໆ ແລະ ​ເປັນ​ການ​ເພື່ອ​ສຶກ​ສາ​ເບິ່ງ​ໃຈ​ກັນ​ນັ້ນ​ເອງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.