ຂສລ ແຈ້ງການ ອອກນະໂຍບາຍຫຼຸດຄ່າບໍລິການໄລຍະ 03 ເດືອນ

    0
    990

    ຂສລ ແຈ້ງ! ອອກນະໂຍບາຍຫຼຸດຄ່າບໍລິການໃນໄລຍະເວລາ 03 ເດືອນ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະມາຊິກຂອງບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຊາບວ່າ: ເພື່ອເປັນການຫຼຸດຜ່ອນລາຍຈ່າຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ COVID-19 ທີ່ເປັນລູກຄ້າ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ໃນການຄົ້ນຫາ ແລະ ນຳໃຊ້ຂໍ້ມູນຂ່າວສານສິນເຊື່ອ ເຊີ່ງບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ &(ແຕ່ເດືອນ 10 ຫາ ເດືອນ 12 ປີ 2021) ດັ່ງນີ້:

    1.ສະມາຊິກ ຂສລ ຈະໄດ້ຮັບນະໂຍບາຍຫຼຸດຄ່າບໍລິການໃນການເຂົ້າຄົ້ນຫາ ແລະ ນໍາໃຊ້ຂໍ້ມູນຂ່າວສານສິນເຊື່ອ ສຳລັບລູກຄ້າທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-I9 ຈໍານວນ 20% ຕໍ່ລາຍລຸກຄ້າ ດັ່ງນີ້: ຈາກຄ່າທຳນຽມປົກກະຕິ ທະນາຄານທຸລະກິດ 20.000 ກີບ ຍັງເຫຼືອ 16.000 ກີບ ຕໍ່ລາຍການ , ຈາກຄ່າທຳນຽມປົກກະຕິ ສະຖາບັນການເງິນຈຸລະພາກ 10.000 ກີບ ຍັງເຫຼືອ 8.000 ກີບ ຕໍ່ລາຍກາຍ 2. ເງື່ອນໄຂທີ່ຈະໄດ້ຮັບນະໂຍບາຍຫຼຸດຄ່າບໍລິການເຂົ້າຄົ້ນຫາ ແລະ ນຳໃຊ້ຂໍ້ມູນຂ່າວສານສິນເຊື່ອ ມີດັ່ງນີ້:

    ຕ້ອງເປັນບຸກຄົນ ຫຼື ນິຕິບຸກຄົນ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕາມການຢັ້ງຢືນຈາກການຈັດຕັ້ງ, ອຳນາດການປົກຄອງ, ຂະແໜງ ຫຼື ພາກສ່ວນທີ່ກ່ຽວຂ້ອງ ແລະ ເປັນການສະເໜີຂໍເງິນກູ້ບ້ວງ ໃໝ່ ຫຼື ເງິນກູ້ເພື່ອເສີມສະພາບຄ່ອງ, ຟື້ນຟູການຜະລິດ ແລະ ທຸລະກິດ ແລະ ລູກຄ້າປັບປຸງໂຄງສ້າງໜີ້;
    ສະມາຊິກ ຂສລ ຕ້ອງມີນະໂຍບາຍທີ່ຈະແຈ້ງໃນການຫຼຸດຄ່າບໍລິການ ການຄົ້ນຫາຂໍ້ມູນສິນເຊື່ອຕໍ່ລູກຄ້າ ນະໂຍບາຍລວມ ຂອງບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ວາງອອກ. 3. ການຈັດຕັ້ງປະຕິບັດ

    ສະມາຊິກ ຂສລ ຕ້ອງເຂົ້າຄົ້ນຫາຂໍ້ມູນສິນເຊື່ອໃນລະບົບ ຕາມລະບຽບການເປັນປົກກະຕິ ສະມາຊິກ ຂສລ ຕ້ອງສັງລວມ ແລະ ແຈ້ງຈຳນວນລາຍການທີ່ໄດ້ເຂົ້າຄົ້ນຫາຂໍ້ມູນສິນເຊື່ອໃນລະບົບ (ສະເພາະຜູ້ ທີ່ມີຜົນກະທົບ) ພ້ອມທັງປະກອບເອກະສານຢັ້ງຢືນນະໂຍບາຍຫຼຸດຄ່າບໍລິການດັ່ງກ່າວຕໍ່ລຸກຄ້າຂອງຕົນຢ່າງ ຈະແຈ້ງ ສະເໜີ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ພິຈາລະນາເປັນປະຈຳເດືອນກ່ອນວັນທີ 10 ຂອງເດືອນຖັດໄປ;ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຈະພິຈາລະນາບົນພື້ນຖານ ການສັງລວມ ແລະ ສະເໜີ ໂດຍການ ສົມທຽບລາຍການໃນລະບົບຂໍ້ມູນຂ່າວສານສິນເຊື່ອ ທີ່ໄດ້ມີການຄົ້ນຫາຂໍ້ມູນຕົວຈິງ ຂອງສະມາຊິກ ຂສລ ພາຍຫຼັງກວດສອບເຫັນວ່າມີຄວາມຖືກຕ້ອງ ແລະ ຄົບຖວ້ນ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງສປປ ລາວ ຈະ ດໍາເນີນການຄິດໄລ່ເພື່ອອອກໃບຮຽກເກັບຄ່າບໍລິການ ໃຫ້ແກ່ສະມາຊິກ ເພື່ອຊາບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.