ແມ່ນແທ້ບໍ່ ຮ້ານດີມາກແຈ້ງການ ຫ້າມຄົນໄທ ແລະ ບຸກຄົນທີ່ເດີນທາງມາຈາກໄທ ທີ່ກັກໂຕຕໍ່າກວ່າ 45 ວັນ ເຂົ້າໃຊ້ບໍລິການ

    0
    607

    ຮ້ານດີມາກແຈ້ງການ ຫ້າມຄົນໄທ ແລະ ບຸກຄົນທີ່ເດີນທາງມາຈາກປະເທດໄທ ທີ່ກັກໂຕຕໍ່າກວ່າ 45 ວັນ ເຂົ້າໃຊ້ບໍລິການ ຮ້ານດີມາກ (D-MART) ໄດ້ຕິດປະກາດແຈ້ງການເຖີງຜູ້ທີ່ມາໃຊ້ບໍລິການ ໂດຍໄດ້ລະບຸວ່າ: ທາງຮ້ານດີມາກ ຂໍຈຳກັດໃຫ້ບໍລິການຄົນໄທ, ບຸກຄົນທີ່ເດີນທາງມາຈາກປະເທດໄທ ທີ່ກັກໂຕຕໍ່າກວ່າ 45 ວັນ ແລະ ຜູ້ທີ່ເດີນທາງມາຈາກຕ່າງແຂວງ ທີ່ກັກໂຕຕໍ່າກວ່າ 20 ວັນ ໂດຍຈະບໍ່ອະນຸຍາດໃຫ້ເຂົ້າໃຊ້ບໍລິການພາຍໃນຮ້ານ ທັງນີ້, ອິນໄຊລາວ ໄດ້ຕິດຕໍ່ສອບຖາມກັບພະນັກງານໃນຮ້ານວ່າ ຂໍຈຳກັດ
    ນີ້ ສະເພາະຄົນໄທ ແລະ ຄົນທີ່ເດີນທາງມາຈາກປະເທດໄທ ບໍ່? ແລ້ວບຸກຄົນຈາກປະເທດອື່ນເດ ຍັງສາມາດໃຊ້ບໍລິການໄດ້ຢູ່ບໍ່ ເຊີ່ງພະນັກງານກໍ່ບໍ່ສາມາດໃຫ້ຂໍ້ມູນນີ້ໄດ້ ຈັ່ງໃດກໍ່ຂໍໃຫ້ຕິດຕາມຂໍ້ມູນໃນຕອນຕໍ່ໄປ ຖ້າມີລາຍລະອຽດຕື່ມຈະແຕ້ງໃຫ້ຊາບຕື່ມຕາມພາຍຫຼັງ

    ທີ່ມາ insidelaos

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.