ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບຂໍ້ມູນຈາກພົນລະເມືອງດີໃນຕົ້ນເດືອນກັນຍາ 2021 ທີ່ຜ່ານມາວ່າ ຢູ່ດິນສວນໃກ້ກັບເຮືອນຂອງ ທ້າວ ຈູໄລວ້າ ບ້ານພູສະຫວັນ ເມືອງໄຊ ມີຮ່ອງຮອຍສົງໄສພົວພັນຢ າ ເ ສ ບ ຕິດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ຕິດຕາມ ເຫັນວ່າມີມູນຄວາມຈິງ ແລະ ສາມາດເຊື່ອຖືໄດ້ ກ່ອນນໍາກໍາລັງເຂົ້າກວດຄົ້ນເຄຫະສະຖານ (ເຮືອນສົງໄສ) ແລະ ຈັບກຸມເປົ້າໝາຍ 2 ຄົນ ໃນວັນທີ 25 ກັນຍາ 2021.
ຜ່ານການສອບສວນໃນເບື້ອງຕົ້ນ ຍັງສາມາດຂະຫຍາຍຜົນເຖິງພັກພວກຮ່ວມຂະບວນ ອີກ 2 ຄົນ ລວມເປັນ 4 ຄົນ ຊື່ ທ້າວ ຈຸໄລວ້າ ອາຍຸ 48 ປີ, ທ້າວ ປໍຈົວລີ ອາຍຸ 29 ປີ, ທ້າວ ຊົວເຈີລີ ອາຍຸ 58 ປີ ແລະ ທ້າວ ວົງລີ ອາຍຸ 19 ປີ ພວກກ່ຽວຢູ່ບ້ານພູສະຫວັນ. ສໍາລັບການກວດຄົ້ນເຄຫະສະຖານທີ່ພົວພັນກັບ ຢ າເສ ບຕິ ດຂອງພວກກ່ຽວຄັ້ງນີ້, ມີທັງ ໝົດ 3 ຈຸດ ຄື: ຈຸດທີ 1: ແມ່ນເຮືອນຂອງ ທ້າວ ຈູໄລວ້າ ສາມາດຢຶດເຄື່ອງຂອງກາງໄດ້ ຄື ຢ າ ບ້ າ (ເຂົ້າໜົມຜິດກົດໝາຍ) ຈໍານວນ 265 ເມັດ, ບັ້ງເສບ 1 ບັ້ງ, ເງິນ 2.000.000 ກີບ, ລົດຈັກ 1 ຄັນ ແລະ ໂທລະສັບມືຖື 2 ໜ່ວຍ; ຈຸດທີ 2: ເຮືອນຂອງ ທ້າວ ປໍຈົວລີ, ທ້າວ ຊົວເຈີລີ ແລະ ທ້າວ ວົງລີ ( ທັງ 3 ແມ່ນຄົນໃນຄອບຄົວດຽວກັນ) ກວດພົບເຫັນ (ເຂົ້າໜົມເມັດຜິດກົດໝາຍ) ຈໍານວນ 194 ເມັດ, ເງິນ 25.000 ບາດ, ປື ນລົມ 1 ກະບອກ, ລົດຈັກ 2 ຄັນ, ໂທລະສັບມືຖື 2 ເຄື່ອງ ແລະ ລົດເກັງ ຍີ່ຫໍ້ HYUNDAI ສີປອນເງິນ ທະ ບຽນ ກທ 6448 ກໍາແພງນະຄອນ.
ຈຸດທີ 3: ກວດຄົ້ນຫ້ອງໃຕ້ດິນສວນຂອງ ທ້າວ ຈຸໄລວ້າ ແລະ ທ້າວ ປໍຈົວລີ ພົບເຫັນ (ເຂົ້າໜົມເມັດຜິດກົດໝາຍ) ເມັດສີແດງ ຈໍານວນ 8.790 ເມັດ, (ເຂົ້າເມັດໜົມຜິດກົດໝາຍ) ທີ່ຍັງເປັນແປ້ງຝຸ່ນສີແດງ (ບໍ່ທັນໄດ້ອັດເປັນເມັດ) 1 ຖົງ ນ້ໍາໜັກ 5 ກິໂລກຼາມ, (ເຂົ້າໜົມຜິດກົດໝາຍ) ເປັນເມັດສີຂຽວ 4.170 ເມັດ, ແປ້ງຝຸ່ນປະສົມນ້ໍາຫນັກ 12,8 ກິໂລກຼາມ, ກາຈ້ໍາ ມີເຄື່ອງໝາຍໂຕ Y 1 ອັນ, ເຄື່ອງໝາຍໂຕ A 1 ອັນ ແລະ ເຄື່ອງໝາຍເລກ 1 ຈໍານວນ 1 ອັນ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງຈໍານວນໜຶ່ງ.
ຈາກການສອບສວນຂອງເຈົ້າໜ້າທີ່, ທ້າວ ຈູໄລວ້າ ແລະ ທ້າວ ປໍຈົວລີ ໃຫ້ການຮັບສະພາບຕໍ່ເຈົ້າໜ້າທີ່ຕໍາຫຼວດວ່າ: ໄດ້ຮ່ວມກັນເຄື່ອນໄຫວພົວພັນ ຢ າ ເສ ບຕິ ດ ເເທ້ ສ່ວນເຄື່ອງຂອງກາງ(ເຂົ້າໜົມເມັດຜິດກົດໝາຍ), ເຄື່ອງມື-ອຸປະກອນທີ່ກ່ຽວຂ້ອງ ທີ່ເຈົ້າໜ້າທີ່ກວດພົບເຫັນ ແລະ ສາມາດຢຶດໄດ້ຢູ່ຫ້ອງໃຕ້ດິນຢູ່ສວນນັ້ນ ແມ່ນຂອງພວກກ່ຽວແທ້ ເຊິ່ງໃນຕົ້ນເດືອນສິງຫາ 2021 ພວກກ່ຽວໄດ້ຕິດຕໍ່ສັ່ງຊື້ເຄື່ອງມື-ອຸປະກອນນໍາຜູ້ຮ່ວມຂະບວນການ (ບໍ່ຮູ້ຊື່ ແລະ ທີ່ຢູ່) ເຊິ່ງເປັນໂຊເຟີຂັບລົດບັນທຸກ 12 ລໍ້ ໃນລາຄາ 60.000.000 ກີບ ແລະ ພາຍຫຼັງທີ່ໄດ້ເຄື່ອງມາແລ້ວ ກໍໄດ້ພາກັນຂຸດຂຸມສ້າງຫ້ອງໃຕ້ຕິດ ແລ້ວຕິດຕໍ່ສັ່ງຊື້ແປ້ງຝຸ່ນ ແລະ ສານເຄມີທີ່ໃຊ້ປະສົມປຸງແຕ່ງ ເຂົ້າໜົມເມັດຜິດກົດໝາຍ ແລະ ພວກກ່ຽວເຮັດສໍາແລ້ວຄັ້ງທໍາອິດໄດ້ (ເຂົ້າໜົມຜິດກົດໝາຍ) ຈໍານວນ 18 ມັດ. ຈາກນັ້ນ, ກໍນໍາໄປໄປຂາຍໃຫ້ຊາຍບໍ່ຮູ້ຊື່ (ຄົນມາແຕ່ຕ່າງແຂວງ) ໂດຍການນັດສົ່ງຊື້-ຊາຍຢາບ້າໃຫ້ກັນຢູ່ເຂດບ້ານຫຼັກ 44. ສ່ວນເຂົ້າໜົມຜິດກົດໝາຍ ແລະ ແປ້ງຝຸ່ນທີ່ເຈົ້າຫນ້າທີ່ຢຶດໄດ້ຢູ່ຫ້ອງໃຕ້ດິນ ແມ່ນຈໍານວນທີ່ບໍ່ທັນໄດ້ບັນຈຸໃສ່ຖົງ ແລະ ບໍ່ທັນໄດ້ອັດເປັນເມັດເທື່ອ.
ທ້າວ ຈູໄລວ້າ ຍັງໃຫ້ການອີກວ່າ: ສໍາລັບ ເຂົ້າໜົມຜິດກົດໝາຍ ຈໍານວນ 265 ເມັດ ທີ່ກວດພົບເຫັນຢູ່ເຮືອນຂອງຜູ້ກ່ຽວນັ້ນ ແມ່ນນໍາອອກມາຈາກຫ້ອງໃຕ້ດິນສວນເພື່ອນໍາມາໄວ້ ເສບເອງ ແລະ ທ້າວ ປໍຈົວລີ ໄດ້ໃຫ້ການອີກວ່າ (ເຂົ້າໜົມຜິດກົດໝາຍ) ຈໍານວນ 194 ເມັດ ທີ່ຢຶດໄດ້ຢູ່ເຮືອນຂອງຕົນນັ້ນ ແມ່ນເອົາມາໃຫ້ ທ້າວ ຊົວເຈີລີ (ພໍ່) ເສບ.
ທ້າວ ຊົວເຈີລີ ໄດ້ໃຫ້ການວ່າ ລູກຊາຍເອົາມາໃຫ້ຜູ້ກ່ຽວເສບແທ້ ສ່ວນການເຄື່ອນໄຫວຕ່າງໆ ນັ້ນແມ່ນບໍ່ຮັບຮູ້ ແລະ ທ້າວ ວົງລີ (ນ້ອງຊາຍ) ຂອງທ້າວ ປໍຈົວລີ ແມ່ນໄດ້ໃຫ້ການປະຕິເສດວ່າບໍ່ຮັບຮູ້ ແລະ ບໍ່ກ່ຽວຂ້ອງກັບຂະບວນການໃນຄັ້ງນີ້.
ເຊິ່ງປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຍັງສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກທີ່ຮ່ວມຂະບວນການ ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍ.