ຕ້ອງແຈ້ງປິດ ຕະຫຼາດທົ່ງຂັນຄຳເປັນການດ່ວນ ຈົນໝົດເດືອນນີ້

    0
    1244

    ການລະບາດຂອງໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ມາເຖິງປັດຈຸບັນແມ່ນຍັງໜັກໜ່ວງຢູ່ ອີງຕາມຕົວເລກຜູ້ຕິດເຊື້ອໃນຊຸມຊົນໃນແຕ່ລະວັນ ແລະ ເຫັນໄດ້ວ່າມີການແຜ່ລະບາດເປັນວົງກວ້າງຂຶ້ນ. ຫຼ້າສຸດນີ້ ກໍ່ເຫັນໄດ້ວ່າຍັງມີ ຊາວຄ້າຂາຍຢູ່ຕະຫຼາດທົ່ງຂັນຄຳຕິດເຊື້ອໂຄວິດ ດັ່ງນັ້ນ, ຈຶ່ງຕ້ອງແຈ້ງການປິດຕະຫຼາດນີ້ ພ້ອມທັງໃຫ້ທຸກຄົນໃນພື້ນທີ່ໄປກວດຫາເຊື້ອດ່ວນ.

    ຕໍ່ກັບບັນຫາດັ່ງກ່າວ, ເມືອງຈັນທະບູລີ ຈຶ່ງໄດ້ອອກແຈ້ງການເລກທີ 914/ຈມ.ຈລ ລົງວັນທີ 27 ກັນຍາ 2021 ໃຫ້ໂຈະຊົ່ວຄາວການເປີດຕະຫຼາດ ເພື່ອສີດຂ້າເຊື້ອ ແລະກວດເຊື້ອກຸ່ທສ່ຽງສາກ່ອນ.

    ໂດຍແຈ້ງການລະບຸວ່າ: ປະຈຸບັນໄດ້ມີການແຜ່ລະບາດໃນຊຸມຊົນເປັນຈໍານວນຫຼວງຫຼາຍ, ສໍາລັບ ຕະຫຼາດພາກເຊົ້າ , ບ້ານ ທົ່ງຂັນຄໍາ, ເມືອງຈັນທະບູລີ ເຊິ່ງມີຊາວຄ້າຂາຍຕິດເຊື້ອພະຍາດໂຄວິດ19 ຈິ່ງໃຫ້ປະຕິບັດດັ່ງນີ້:

    1. ໃຫ້ໂຈະຊົ່ວຄາວການເປີດບໍລິການຕະຫຼາດພາກເຊົ້າ 1 , ຕະຫຼາດພາກເຊົ້າ 2 ຕັ້ງຢູ່ບ້ານ ທົ່ງຂັນຄໍາ, ເມືອງ, ຈັນທະບູລີ ນັບແຕ່ວັນທີ 27-30 ກັນຍາ 2021 ເປັນຕົ້ນໄປ ເພື່ອໃຫ້ດໍາເນີນການສີດຢາຂ້າເຊື້ອ ແລະ ເຮັດອານາໄມ ຄວາມສະອາດ ໃນທົ່ວບໍລິເວນຕະຫຼາດ ແລະ ຈຸດຂາຍສິນຄ້າ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ, ໃຫ້ ຊາວຄ້າຂາຍທັງຫມົດຢູ່ໃນ ຕະຫຼາດ ແລະ ຂອບເຂດດ້ານນອກຕະຫຼາດ ໃນວົງລັດສະຫນີ ທີ່ຂະແຫນງສາທາລະນະສຸກກໍານົດ ໃຫ້ໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ແຈ້ງເຈົ້າຂອງຕະຫຼາດ, ຈັດສັນຕະຫຼາດ, ໂຄສະນາເຜີຍແຜ່ ແລະ ແຈ້ງໃຫ້ຊາວຄ້າຂາຍ, ພະນັກງານຂອງຕົນບໍ່ໃຫ້ແຕກຕື່ນ ແລະ ຕິດຕາມອາການຂອງຕົນເອງຢູ່ບ້ານ ( ໃນໄລຍະ ນີ້ບໍ່ໃຫ້ຊາວຄ້າຂາຍດັ່ງກ່າວໄປຂາຍຢູ່ຈຸດອື່ນໆ ເນື່ອງຈາກຈະເປັນການແຜ່ເຊື້ອ ).
    2. ໃຫ້ສືບຕໍ່ຕິດຕາມທິດຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19 ຕື່ມ ເພຶ່ອເປັນບ່ອນອີງໃນການພິຈາລະນາອານຸຍາດໃຫ້ສືບຕໍ່ເປີດ ຫຼື ປິດ ການບໍລິການຄ້າຂາຍ ຢູ່ໃນສະຖານທີ່ດັ່ງກ່າວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.