ວັນທີ 26 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 292 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 292 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 138 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 136 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 15 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ)( 12 ຄົນ ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 19 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ) ( 14 ຄົນ ໃນຊຸມຊົນ), ແຂວງສາລະວັນ: 7 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 86 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ) ( 85 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 3 ຄົນ (ໃນຊຸມຊົນ) ( ຄົນ ໃນຊຸມຊົນ) , ແຂວງວຽງຈັນ ( 16 ຄົນ ໃນຊຸມຊົນ) , ຫຼວງນ້ຳທາ 1 ຄົນ, ແຂວງອຸດົມໄຊ ( ຄົນ ໃນຊຸມຊົນ) , ແຂວງບໍ່ແກ້ວ 2 ຄົນ (ໃນຊຸມຊົນ) , ແຂວງອັດຕະປຶ 1 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 4 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ