ຝາກເຖິງຜູ້ຊາຍ ເມຍ ຄືຄົນທີ່ຍອມເສຍສະລະຫຸ່ນ, ຄວາມເປັນສາວ ເພື່ອອຸ້ມທ້ອງໃຫຍ່ໆ 9 ເດືອນໃຫ້ກັບລູກຂອງເຮົາ ຢ່າປ່ອຍປະລະເລີຍ

    0
    566

    ຈາກໂພສນີ້ ໄດ້ໃຈຜູ້ຍິງໄປເຕັມ ແລະ ຢາກໃຫ້ຜູ້ຊາຍເຊຂົ້າໃຈແບບນີ້ເດ Lamphoun&Mimee ໂພສວ່າ ເມຍ ຄືຄົນທີ່ຍອມເສຍສະລະຫຸ່ນໂຕເອງ ເສຍສະລະຄວາມເປັນສາວ
    ເສຍສະລະຄວາມສຸກສ່ວນຕົວ ເພື່ອອຸ້ມທ້ອງໃຫຍ່ໆ 9 ເດືອນເຕັມໃຫ້ກັບລູກຂອງເຮົາ

    ຈາກທີ່ເຄີຍມີຫຸ່ນດີ ມີອິດສະລະ ຕອນນີ້ໄດ້ເສຍສະລະອຸ້ມທ້ອງລູກຂອງເຮົາຕັ້ງ9ເດືອນ ອາລົມແປປວນ ຂີ້ຫຶງ ຂີ້ຫວງ ຂີ້ໄຫ້ ເອົາແຕ່ໃຈ ຫນ້າໂຊມ ຕຸ້ຍຂຶ້ນ ສິວຂຶ້ນ ສາລະພັດຄວາມປ່ຽນແປງ ແຕ່ຄວາມຮັກທີ່ອ້າຍມີຕໍ່ເຈົ້າບໍ່ເຄີຍປ່ຽນແປງຍັງຮັກຄືມື້ທີ່ອ້າຍຂໍເຈົ້າເປັນແຟນ

    ຢ່າປ່ອຍປະລະເລີຍເມຍໃນຕອນທີ່ກຳລັງຖືພາ ເພາະຄົນທີ່ເມຍຕ້ອງການໃຫ້ເອົາໃຈໃສ່ດູແລທີ່ສຸດໃນເວລານີ້ກໍຄືຜູ້ເປັນຜົວ
    (ຢ່າສາບສວຍໂອກາດເວລານີ້ໄປນອກກາຍນອກໃຈເມຍ) ເພາະຜູ້ຊາຍບໍ່ເຄີຍຖືພາແທນເມຍໄດ້ ບໍ່ເຄີຍແພ້ທ້ອງຄືເມຍ ບໍ່ເຄີຍອຸ້ມທ້ອງໃຫຍ່ໆຄືເມຍ

    ສະນັ້ນຈົ່ງຮັກສາດູແລເຄິ່ງ 1 ຂອງຊີວິດເຈົ້າໄວ້ໃຫ້ດີ
    ເອົາເຂົາອອກຈາກພໍ່ແມ່ມາຢູ່ນຳຕົນແລ້ວຄວນຮັກສາດູແລ ແລະ ເບິ່ງເເຍງເຂົາໃຫ້ດີ

    ເພາະຍາມທີ່ເຮົາບໍ່ມີຫຍັງກໍ່ມີເມຍຄົນນີ້ທີ່ຄອຍຍິ້ມໃຫ້ກຳລັງໃຈໃຫ້ສູ້ຜ່ານອຸປະສັກຕ່າງໆໄປນຳກັນ

    ຈາກ: Lamphoun&Mimee

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.