ຊິງຊັບປະຊາຊົນ ໜີບໍ່ພົ້ນ ຖືກເຈົ້າຫນ້າທີ່ຈັບມາດຳເນີນຄະດີເຫດການເລາະດຶງສາຍຄໍ ສ່ວນຫລາຍເປົ້າຫມາຍຂອງການດຶງສາຍຄໍສ່ວນຫລາຍຜູ້ເສຍຫາຍແມ່ນເພດຍິງເຊິ່ງເຫດການດັ່ງກ່າວເກີດຂື້ນຢູ່ທາງແຂວງຈຳປາສັກ
ເຈົ້າຫນ້າທີ່ ປກສ ແຂວງຈຳປາສັກໄດ້ລາຍງານໃຫ້ຮູວ່າເຫດການຊິງຊັບຜົນລະເມືອງໃນຄັ້ງວັນທີ 7 ກັນຍາ 2021 ເຈົ້າຫນ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ໃນມື້ວັນທີ 7 ເດືອນກັນຍາໄດ້ມີຄົນຮ້າຍເປັນເພດຊາຍຂີ່ລົດຈັກຄິກໄອ້ ສີແດງດຳບໍ່ມີປ້າຍທະບຽນມາດຶງເອົາສາຍຄໍຂອງຕົນເອງ ເຊິ່ງມີນ້ຳຫນັກປະມານ 3 ບາດ ເຫດການນີ້ເກີດຂຶ້ນເຂດບ້ານພູຄູນ ນະຄອນປາກເຊ ແຂວງຈຳປາສັກ
ຫລັງຈາກເຈົ້າຫນ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ປະສານສົມທົບກັບເຈົ້າຫນ້າທີ່ພາກສ່ວນທີ່ກ່ຽວຂ້ອງລົງເຂື່ອນໄຫວຕິດຕາມຂໍ້ມູນເພື່ອຊອກຫາເປົ້າຫມາຍ
ຕົກມາຮອດວັນທີ 14 ເດືອນກັນຍາ ຈຶ່ງສາມາດກັກໂຕຜູ້ກ່ຽວມາດຳເນີນຄະດີໄດ້ ຜູ້ກໍເຫດຊື່ທ້າວປາລະສັກ ອາຍຸ36 ປີອາຊີບກຳມະກອນ ຢູ່ບ້ານຄັນເກິ່ງ ນະຄອນປາກເຊ ແຂວງຈຳປາສັກ ເຄີຍຊິງຊັບດຶງສາຍຄໍມາແລ້ວ 9 ເທື່ອ
ຂໍ້ມູນຈາກ LAO STARTV