ມື້ຄືນນີ້ເກີດເຫດລົດໃຫຍ່ປີ້ນເຂດບ້ານເພຍວັດ

    0
    1194

    ໃນວັນທີ 25ກັນຍາ2021 ເວລາ 04:02ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ປີ້ນ ເຂດບ້ານ ເພຍວັດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

    ທີມກູ້ຊີບກູ້ໄພນະຄອນຫຼວງສູນສັງການຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 3ຄົນ ເພດຍິງ 1ຄົນ ແລະ ເພດຊາຍ 2ຄົນ

    ອາການເບື້ອງຕົ້ນຜູ້ທີ່ 1ແມ່ນ (ເພດຍີງ) ກະທົບຫົວ, ເສຍເລືອດຫລາຍ, ຊີບພະຈອນບໍ່ຕອບສະຫນອງ ແລະ ທີມງານໄດ້ນວດຫົວໃຈ (CPR).

    ອາການເບື້ອງຕົ້ນຜູ້ທີ່ 2 ແລະ 3 ແມ່ນ (ເພດຊາຍ) ມີ ບາດແຜຕາມຕົນໂຕ.

    ດັ່ງນັ້ນ ພວກເຮົາຈື່ງໄດ້ປະຖົມພະຍາບານແລ້ວນຳສົງໂຮງໝໍ ມະໂຫສົດ ຢ່າງດ່ວນ ເພື່ອໄປປີນປົວໃຫ້ຊວ່ງເຊົາ.

    ສ່ວນສາເຫດຂອງອຸບັດຕິເຫດ, ທາງເຈົ້າໜ້າທີ່ກ່ຽວຂ້ອງຈະສືບສວນຕໍ່ໄປ.ອຸປະຕິເຫດໂທ: 1624 ຖ້າທ່ານໃດຢາກຊ່ວຍເຫຼືອໜ່ວຍງານພວກເຮົາທ່ານສາມາດບໍລິຈາກເຂົ້າບັນຊີສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ. ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນບັນຊີ THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: ກີບ/LAK: 010120000993902001.

    ຂໍ້ມູນເພີມເຕີມໂທ: 020 5669 1624

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.