ເມື່ອວັນທີ 24 ກັນຍາ 2021 ຢູ່ກອງບັນຊາການຕຳຫລວດສືບສວນອາດຊະຍາກຳທາງເຕັກໂນໂລຊີຂອງໄທ, ເຈົ້າໜ້າທີ່ຕຳຫລວດໄດ້ຖະແຫລງການຈັບກຸມນາງ ນະລຶມົນ ອາຍຸ 18 ປີ ແລະ ນາງ ສາຍນ້ຳເຜິ້ງ ຊະນະມານ ອາຍຸ 19 ປີ ຜູ້ຫ້ອງຫາຕົວະຂາຍໂທລະສັບມືຖືໃຫ້ນ້ອງກ້ອງ ນັກຮຽນຊັ້ນ ມ.2 ອາຍຸ 14 ປີ ຜ່ານໄອຈີ Phonebymint ທີ່ເຫດເກີດໃນອຳເພີນາຫວາຍ ຈັງຫວັດຊຽງໃໝ່ ປະເທດໄທ.
ພົນຕຳຫລວດໂທ ກອນໄຊ ກ່າວວ່າ: ຫລັງຮັບລາຍງານຈຶ່ງສັ່ງໃຫ້ຕຳຫລວດເລັ່ງສືບສວນຕິດຕາມຈັບກຸມຜູ້ກະທຳຄວາມຜິດມາດຳເນີນຄະດີຕາມກົດໝາຍ ເນື່ອງຈາກເປັນການກະທຳທີ່ຮັບບໍ່ໄດ້ ແລະ ເປັນການສວຍໂອກາດຊ້ຳຕື່ມປະຊາຊົນໃນຊ່ວງທີ່ມີສະຖານະການການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຈາກນັ້ນຕຳລວດຍື່ນຄຳຮ້ອງຕໍ່ສານ ເພື່ອຂໍໝາຍຈັບຜູ້ຕ້ອງຫາ 2 ຄົນ.
ຕໍ່ມາເມື່ອວັນທີ 23 ກັນຍາ 2021 ເວລາ 17:30 ໂມງ ຕຳລວດໄດ້ຈັບກຸມນາງ ນະລຶມົນ ແລະ ນາງ ສາຍນ້ຳເຜິ້ງ ຜູ້ຕ້ອງຫາຕາມໝາຍຈັບສານຈັງຫວັດຊຽງໃໝ່ ໃນຄວາມຜິດຂໍ້ຫາ “ສໍ້ໂກງປະຊາຊົນ ແລະ ທຸຈະລິດຫລອກລວງ ນຳເຂົ້າສູ່ລະບົບຄອມພິວເຕີ ເຊິ່ງຂໍ້ມູນຄອມພິວເຕີທີ່ບິດເບືອນ ຫລື ປອມບໍ່ວ່າ ທັງໝົດ ຫລື ບາງສ່ວນ ໂດຍປະການທີ່ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ປະຊາຊົນ” ເຊິ່ງມີໂທດຕິດຄຸກບໍ່ເກີນ 5 ປີ ຫລື ປັບໃໝບໍ່ເກີນ 100.000 ບາດ ຫລື ທັງຕິດຄຸກທັງປັບໃໝ.
ຈາກນັ້ນຕອນເຊົ້າວັນທີ 24 ກັນຍາ ເຈົ້າໜ້າທີ່ໄດ້ຂະຫຍາຍຜົນກວດຄົ້ນເຮືອນຫລັງໜຶ່ງເຂດຣາຊະພຶກ ອຳເພີເມືອງນົນທະບຸຣີ ເຊິ່ງມີການເຊື່ອມໂຍງກ່ຽວຂ້ອງກັບຜູ້ຕ້ອງສົງໄສໃນຄະດີນີ້ ຈາກການກວດຄົ້ນບໍ່ພົບຜູ້ຕ້ອງສົງໄສ ພົບພຽງຄອບຄົວຂອງແຟນ ເຊິ່ງພັກອາໄສຢູ່ໃນເຮືອນ ຈຶ່ງໄດ້ກວດຢຶດແທັບເລັດ, ຄອມພິວເຕີ, ຕູ້ເຊັບ, ກະເປົາແບຣນເນມ, ຊິມໂທລະສັບມືຖື ແລະ ລົດເກັງບີເອັມດັບເບິ້ນຢູ່ໄວ້ເປັນຂອງກາງ. ນອກຈາກນີ້ ກວດສອບພົບວ່າຜູ້ຕ້ອງສົງໄສຄົນນີ້ເຄີຍຖືກຈັບກຸມດຳເນີນຄະຢູ່ສະຖານີຕຳຫລວດຄອງຫລວງ ໃນຂໍ້ຫາຄວາມຜິດລັກສະນະດຽວກັນ ຕາມໝາຍຈັບຂອງສານເຍົາວະຊົນ ແລະ ຄອບຄົວຈັງຫວັດປະທຸມທານີ ໂດຍພະນັກງານສອບສວນຈະມີບັນທຶກໄປໃຫ້ເລຂາທິການ ປປງ ເພື່ອຕິດຕາມຊັບ ແລະ ຢຶດຊັບ.