ເຂດເສດຖະກິດພິເສດບຶງທາດຫຼວງ ມີບໍລິສັດເຂົ້າລົງທຶນ 39 ບໍລິສັດ

    0
    1037

    ທ່ານ ສອນປະເສີດ ດາລາວົງ ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຫຍໍ້ກ່ຽວກັບການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ ເນື່ອງໃນໂອກາດ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ລົງມາຢ້ຽມຢາມ ໃນວັນທີ 17 ກັນຍາ 2021 ຜ່ານມາ.

    ທ່ານ ສອນປະເສີດ ດາລາວົງ ກ່າວວ່າ: ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 28 ທັນວາ 2011 ຊຶ່ງແມ່ນບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີ້ງ ຊຽງໄຮ້ ສປ ຈີນ ເປັນຜູ້ພັດທະນາ, ມີເນື້ອທີ່ 365 ເຮັກຕາ, ອາຍຸສຳປະທານທັງໝົດ 99 ປີ ແລະ ຄາດຄະເນມູນຄ່າການລົງທຶນທັງໝົດປະມານ 1,6 ຕື້ໂດລາສະຫະລັດ (ປັດຈຸບັນໄດ້ລົງທຶນຕົວຈິງໄປແລ້ວ 322 ໂດລາສະຫະລັດ ເທົ່າກັບ 20%).

    ຈຸດປະສົງຂອງການພັດທະນາ ແມ່ນເພື່ອສ້າງໃຫ້ກາຍເປັນເຂດເສດຖະກິດທີ່ພຽບພ້ອມໄປດ້ວຍສິ່ງອໍານວຍຄວາມສະດວກ ທີ່ຮອງຮັບໃຫ້ແກ່ການລົງທຶນ ເຂົ້າໃນຂະແໜງ ການຄ້າ, ການບໍລິການ, ໂຮງແຮມ 5 ດາວ, ຫ້າງສັບພະສິນຄ້າຂະໜາດໃຫຍ່, ແລະ ສະຖານທີ່ພັກຜ່ອນອື່ນໆ ພ້ອມດຽວກັນ ກໍ່ຈະສ້າງເປັນເຂດຕົວເມືອງໃໝ່ທັນສະໄໝ ແລະ ຮັບປະກັນພາລະບົດບາດການເກັບກັກ-ລະບາຍນ້ຳຂອງເຂດບຶງທາດຫຼວງ.

    ທັງນີ້, ຄວາມຄືບໜ້າມາຮອດປັດຈຸບັນ ໄດ້ສໍາເລັດການກໍ່ສ້າງເສັ້ນທາງພາຍໃນເຂດເສັ້ນທາງເຊື່ອມຕໍ່ເຂົ້າເຂດ ຊຶ່ງສາມາດຫຼຸດຜ່ອນຄວາມແອອັດການສັນຈອນໃນເທດສະບານເມືອງຫຼາຍສົມຄວນ, ສຳເລັດການຈົກໜອງໃຫຍ່ 50 ເຮັກຕາ, ກໍ່ສ້າງຫ້ອງການ, ກໍ່ສ້າງຄອງນ້ຳອ້ອມເຂດ, ປະຕູໂຂງຂອງເຂດ, ຕົກຄອນໂດມີນຽມ, ລະບົບນ້ຳປະປາ, ສະຖານີໄຟຟ້າ, ຕະຫຼາດກະສິກຳ ແລະ ອື່ນໆ.

    ປັດຈຸບັນໄດ້ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 39 ບໍລິສັດ ໂດຍສ່ວນໃຫຍ່ມາຈາກ ສປ ຈີນ ໂດຍມີທຶນທັງໝົດ ເກືອບ 2 ຕື້ໂດລາສະຫະລັດ ແລະ ທຶນຈົດທະບຽນ 503 ລ້ານກວ່າໂດລາສະຫະລັດ. ສ້າງວຽກເຮັດງານທຳໄດ້ທັງໝົດ 233 ຄົນ (ຄົນລາວ 138 ຄົນ ເທົ່າກັບ 60%); ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 3 ຕື້ກວ່າກີບ.

    ຂ່າວ: ສັນຕິ, ພາບ: ສອນໄຊ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.