ລາຍລະອຽດອຸບັດເຫດລົດເຈົ້າໜ້າທີ່ທີ່ໄປປະຕິບັດໜ້າທີ່ແລ້ວເສຍຫຼັກປີ້ນຕົກລົງເຫວ

    0
    1640

    ລົດເຈົ້າໜ້າທີ່ເສຍຫຼັກປີ້ນຕົກເຫວເສຍຊີວິດຄາທີ່ 3 ຄົນ
    ໜັງສືພິມ Vientiane Times ລາຍງານ: ລົດກະບະຂອງເຈົ້າໜ້າທີ່ຕຳຫຼວດເກີດອຸບັດເຫດປີ້ນຕົກເຫວຢູ່ເຂດເສັ້ນທາງຊຳເໜືອ-ຊຽງຂວາງ ຂະນະກຳລັງເດີນທາງກັບຈາກການໄປປະຕິບັດໜ້າທີ່ໂດຍມຸ່ງໜ້າສູ່ນະຄອນຫຼວງວຽງຈັນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 3 ຄົນ.

    ຕາມການລາຍງານຂອງພະແນກຕຳຫຼວດຈະລາຈອນແຂວງຊຽງຂວາງຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາ 9:00 ໂມງ ຂອງວັນທີ 22 ກັນຍາ 2021 ຢູ່ເຂດເສັ້ນທາງລະຫວ່າງເມືອງຄຳ, ແຂວງຊຽງຂວາງ ແລະ ເມືອງຊຳເໜືອ, ແຂວງຫົວພັນ ເຊິ່ງເຈົ້າໜ້າທີ່ຄາດວ່າຄົນຂັບລົດອາດສູນເສຍການຄວບຄຸມ ຈິ່ງເຮັດໃຫ້ລົດກະບະຄັນດັ່ງກ່າວເສຍຫຼັກ ກ່ອນຈະປີ້ນ ແລ້ວຕົກລົງເຫວເລິກປະມານ 400-500 ແມັດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 3 ຄົນ ສ່ວນ 2 ຄົນໄດ້ຮັບບາດເຈັບສາຫັດພ້ອມນຳສົ່ງເຂົ້າປິ່ນປົວຢູ່ໂຮງໝໍເມືອງຄຳ ແຂວງຊຽງຂວາງ ສ່ວນຜູ້ເສຍຊີວິດທັງສາມສົບແມ່ນໄດ້ຈັດສົ່ງມາທີ່ນະຄອນຫຼວງວຽງຈັນ.

    ທີມຂ່າວຂອງພວກເຮົາຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ ແລະຂໍອວຍພອນໃຫ້ຜູ້ໄດ້ຮັບບາດເຈັບໄດ້ຮັບການປິ່ນປົວຮັກສາໃຫ້ຫາຍເຊົາໄວໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.