ເຫດລົດຈັກຕຳທ້າຍລົດໃຫຍ່ (ເສຍ ຊ ີ ວ ິ ດ ຄ ່ າ ທ ີ ່ 1ຄົນ) ທາງ ບ້ານນາຄູນນ້ອຍ

    0
    1221

    ວັນທີ14/02/2020 ເວລາ 00:40 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດຈັກຕຳທ້າຍລົດໃຫຍ່, ຈຸດເກີດເຫດແມ່ນ ເສັ້ນທາງໄປ ນາຄູນນ້ອຍ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

    ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ເສຍຊີວິດຈຳນວນ 1ຄົນ, ເພດຊາຍ ອາຍຸ 18ປີ ບ້ານ ສີເກີດ ເມືອງ ນາຊາຍມອງ ນະຄອນຫຼວງວຽງຈັນ. ສາເຫດການເສຍຊີວິດແມ່ນໄດ້ຮັບກະທົບທີ່ຫົວ, ຂາຫັກເບື້ອງຂວາແລະ ເສຍຊີວິດໃນຈຸດເກີດເຫດ.

    ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລະ ເຊີດຊູຫົວໃຈ [CPR] ໃຫ້ແກ່ຜູ້ເສຍຊີວິດ.ແລະ ນຳສົ່ງຜູ້ເສຍຊີວີດໄປທີ່ໂຮງເຢັນມູນນິທີຈີນ ທາງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວິດ ແລະ ເຫດການໃນຄັ້ງນີ້.

    ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.