ພົບເຫັນແລ້ວ ກະບະ ກໍາແພງນະຄອນ ກຣ 7373 ຄົນຮ້າຍຫຼົບໜີພ້ອມເຄື່ອງຂອງມີຄ່າໃນລົດ

    0
    2075

    ຈາກກໍລະນີໂຈນລັກເອົາລົດ ກະບະ ວີໂກ້ແຊ້ມ ທະບຽນ ກໍາແພງນະຄອນ ກຣ 7373 ວັນທີ່ 28 ສິງຫາ 2020 ເວລາປະມານ 18:20 ທີ່ເຂດໜ້າຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

    ມາຮອດເຊົ້າວັນທີ່ 30 ສິງຫາ 2020 ເຈົ້າໜ້າທີ່ໄດ້ພົບເຫັນລົດຄັນດັ່ງກ່າວຈອດຖິ້ມປະໄວ້. ທາງກາງປ່າ ກາຍຕາດມູນ ໄປປະມານ 2 ກິໂລແມັດ ແລ້ວເຂົ້າຊອຍໄປໃນປ່າປະມານ 300 ແມັດ.

    ສ່ວນເຄື່ອງຂອງມີຄ່າໃນລົດແມ່ນຄົນຮ້າຍເອົາໄປໝົດ, ທາງເຈົ້າໜ້າທີ່ຈະສືບຕໍ່ຈັບຄົນຮ້າຍ ເພາະຍັງເອົາຕົວຫຼົບໜີ.

    ຂ່າວກ່ອນໜ້ານີ້

    ສິ່ງທີ່ເສຍຮ້ານແມ່ນລົດ ໂຕໂຢຕ້າ ວີໂກແຊ້ມ ລຸ້ນສູງໂຟວິນ ທະບຽນ ກໍາແພງນະຄອນ ກຣ 7373. ເສຍຢູ່ເດີນເຕະບານ ໄຊເສດຖາ ຫນ້າຕະຫຼາດຫົວຂົວ. ຊື່ເຈົ້າຂອງລົດ ນາງ ຄຳຫລ້າ ວິໄຊສັກ, ບ້ານສີເກີດ ເມືອງນາຊາຍທອງ. ເສຍວັນທີ 28/08/2020 ເວລາຕາມກ້ອງຮ້ານ 18:20

    ເຫັນຄັ້ງລ້າສຸດຕາມກ້ອງວົງຈອນວິດຂອງປກສ ແມ່ນ ລ້ຽວເຂົ້າໄປທາງຫີນຄັນນາ ເມືອງນາຊາຍທອງ
    020 55951199

    ຄລິບ 1

    ຄລິບ 2

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.