ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0882/ອຄ, ລົງວັນທີ 22 ກັນຍາ 2021 ກ່ຽວກັບການແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ສະເພາະນະຄອນຫຼວວງວຽງວຽງຈັນ ລາຄາໃໝ່ແອັດຊັງທໍາມະດາຢູ່ທີ່ 10.840 ກີບຕໍ່ລິດແລ້ວ ໂດຍລາຄານີ້ແມ່ນໃຫ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 23 ກັນຍາ 2021 ເປັນຕົ້ນໄປ.
ການປັບລາຄາຄັ້ງນີ້ແມ່ນໄດ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ນໍ້າມັນແອັດຊັງພິເສດປັບຂຶ້ນ 410ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 380ກີບຕໍໍ່ລິດ ແລະ ນໍ້າມັນກາຊວນປັບຂຶ້ນ 440 ກີບຕໍ່ລິດ.
ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0699/ກຄພນ. ລົງວັນທີ 22 ກັນຍາ 2021 ຈົນກວ່າຈະມີການປ່ຽນແປງ.
ແນວໃດກໍ່ຕາມ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມຢ່າງເຂັ້ມງວດ ພ້ອມຄຸ້ມຄອງປໍ້າຂາຍຍ່ອນຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ, ແຈ້ງການສະບັບນີ້ໃຊ້ປ່ຽນແທນແຈ້ງການສະບັບເລກທີ 0843/ອຄ, ລົງວັນທີ 10 ກັນຍາ 2021.