ຊົມເຊີຍ…ໂຄງການຮ່ວມໃຈສາຍໄຍໂລມາຄຳ ແບ່ງປັນນ້ຳໃຈໃຫ້ຄົນພິການຕາແຂວງສະຫວັນນະເຂດ

    0
    668

    ເພື່ອເປັນການແບ່ງປັນນ້ຳໃຈໃນຍາມເກີດວິກິດການແຜ່ລະບາດພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ .

    ມາໃນວັນທີ 20 ກັນຍາ 2021 ທາງໂຄງການຮ່ວມໃຈສາຍໄຍໂລມາຄຳ ໂດຍມີທ່ານ ເກຍ ອູ໊ສິດທິເດດ ແລະທ່ານ ສາຍສະໝອນ ກວານເມືອງຈັນ ເປັນເຈົ້າຂອງໂຄງການ ໄດ້ນຳເອົາເຄື່ອງບໍລິໂພກ-ອຸປະໂພກ ຈຳນວນ 43 ຊຸດ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ມອບໃຫ້ສະມາຄົມຄົນພິການຕາລາວແຂວງສະ ຫວັນນະເຂດ.


    ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ປາກະປ໋ອງ, ໄຂ່ໄກ່, ເຂົ້າສານ, ໝີ່ເຄິ່ງສຳເລັດຮູບ, ເຄື່ອງປຸງແຕ່ງອາຫານ, ເຂົ້າໜົມ, ເຈວລ້າງມື, ຜ້າປິດປາກ-ດັງ, ສະບູ ແລະເງິນສົດຈຳນວນ 5 ລ້ານກີບ, ລວມມູນຄ່າທັງໝົດ 20 ລ້ານກີບ ໂດຍແມ່ນຕາງໜ້າໂຄງການຮ່ວມໃຈສາຍໄຍໂລມາຄຳ ເປັນຜູ້ມອບ.

    ຕາງໜ້າຮັບໂດຍທ່ານ ແພງພັນ ພອນມີໄຊ ປະທານສະມາຄົມພິການຕາແຂວງ ພ້ອມຄະນະ ແລະສະມາຊິກຜູ້ພິການທາງສາຍຕາເຂົ້າຮ່ວມນຳ. ໂອກາດນີ້, ທ່ານ ແພງພັນ ພອນມໄຊ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ພ້ອມທັງໄດ້ມອບໃບຍ້ອງຍໍຂອງສະມາຄົມ ໃຫ້ກັບໂຄງການຮ່ວມໃຈສາຍໄຍໂລມາຄຳນຳອີກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.