ຜູ້ໃຊ້ເຟສບຸກຊື່N’Larnoy Xaiyavongsa ໄດ້ໂພສວ່າ: ຝາກເຕືອນຄູ່ຮັກຫລາຍໆຄົນ!!!ຢ່າເອົາຂອງມັກມາໃຫ້ເຂົາກິນ ໃນມື້ທີ່ເຂົາກິນບໍ່ໄດ້ຢ່າພາເຂົາໄປທ່ຽວ ໃນມື້ທີ່ເຂົາບໍ່ມີເເຮງ
ຢ່າຈັບມືເຂົາ ໃນມື້ທີ່ເຂົາບໍ່ມີຄວາຮູ້ສືກຢ່າບອກຮັກເຂົາ ໃນມື້ທີ່ເຂົາບໍ່ໄດ້ຍິນ ຢ່າເຄາະໂລງສົບເອີ້ນເຂົາກິນເຂົ້າ
ຢ່າກອດເຂົາ ໃນມື້ທີ່ເຂົາມີແຕ່ຮູບພາບ ຈົ່ງຮັກແລະແພງກັນ ຕອນທີ່ຍັງມິລົມຫາຍໃຈມີຊິວິດຢູ່ບອກຮັກກັນຫລາຍໆ ຮັກແພງຊື່ສັດຕໍ່ກັນແລະກັນ ກ່ອນຄູ່ຮັກຄົນໃດຄົນ1ເຂົາຈະບໍ່ຢູ່ນຳເຮົາແລ່ວແລະຈະບໍ່ມີວັນຫວນຄືນກັບມາ
ການທີ່ເຮົາບອກຮັກຄົນທີ່ເຮົາຮັກມັນຄືດີບອກຮັກກັນທຸກໆມື້ມີຍັງຜິດໃຈກັນກະຄ່ອຍເວົ້າປັບຄວາມເຂົ້າໃຈກັນໃນເມື່ອຍັງມີໂອກາດ ຄູ່ຮັກຫລາຍໆຄົນຕອນນີ້ຄົນໃດທີ່ກຳລັງຜິດຖຽງ ຄຽດຮ້າຍກັນກະຍ່າຜິດຖຽງຄຽດກັນດຸຫລາຍໃຫ້ພາກັນຮັກກັນເອົາເດີ ຍ່າມາບອກຮັກຕອນທີ່ມັນສາຍເກີນໄປ ບອກຮັກໄປເຂົາກະບໍ່ໄດ້ຍີນສຽງເຮົາຊິຮ້ອງຊິໃຫ້ສຳໃດເຂົາກະກັບມາເວົ້າກັບເຮົາບໍ່ໄດ້ແລ້ວ
ຝາກເຖິງຄູ່ຮັກໆຫລາຍໆຄົນເດີ ຈົ່ງພາກັນຮັກແພງກັນເອົາໄວ້ຫລາຍໆມີຫຍັງກະຄ່ອຍເວົ້າປັບຄວາມເຂົ້າໃຈກັນໃຫ້ດີໆເບີ່ງແຍ່ງເຊິ່ງກັນແລະກັນຫາກວ່າຄູ່ຮັກຝ່າຍໃດຝາຍ1ບໍ່ສະບາຍໃຈກະໃຫ້ກະປອບໃຈກັນເດີ ຂໍຂອບໃຈ ທີ່ມາເສຍສະຫຼະອ່ານ
ໄປສູ້ພົບພູມທີ່ດີເດີຕາເອີຍ ຄົນຢູ່ກະສູ້ຕໍ່ໄປເດີ