ກົດໄລ້ ກົດແຊຣ໌ ດວງລາຍວັນ 19 ກັນຍາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    511

    ວັນຈັນ:ການ​ງານ ເຮັດ​ສິ່ງ​ໃດ​​ເຮັດ​ດ້ວຍ​ຄວາມຫມັ້ນ​ໃຈ​ ແລະ​ຢ່າ​ລັງ​ເລ​ ຖ້າ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ແນວໃດ​ ຄວນ​ມີ​ທີ່ປຶກ​ສາ​ທີ່​ດີ​ ທີ່​ມີ​ປະສົບການ​ຊ່ວຍ​ຕັດ​ສິນ​ໃຈ​ກໍ​ຈະ​ກໍ່​ໃຫ້​ເກີດ​ໂຊກ​
    ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ເປັນ​ມື້​ໂຊກດີ​ຂອງ​ທ່ານ​ທີ່​ຈະ​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ຖານະ​ດີ​ ຄວາມ​ຮັກ​ ຍັງ​ບໍ່​ມີ​ເວລາ​ປານໃດ​ ເພາະ​ຍັງມີ​ວຽກ​ ຫລື​ຕ້ອງ​ເດິນທາງ​ຕະຫຼອດ​ເລີຍ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ນັ້ນ​ເອງ​

    ວັນຄານ:ການ​ງານ ຊ່ວງ​ນີ້​ຈະ​ມີ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຄາດ​ຫວັງ​ ແຕ່​ກໍ​ຕ້ອງ​ສຶກ​ສາ​ຄວາມ​ຮູ້​ໃໝ່​ໆ​ ຫລື​ທຸລະກິດ​ຕ່າງ​ໆ​ ທີ່​ຈະ​ ສາມາດ​ອົດທົນ​ໄປ​ໄດ້​ ການ​ເງິນ ຊ່ວງ​ນີ້​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ເພື່ອ​ຢິບ​ຢືມ​ເງີນ​ທ່ານ​ ເພາະ​ຈະ​ໄດ້​ຄືນ​ຊ້າ​ ໄດ້​ບໍ່​ເຕັມ​ຈຳນວນ​ ຫລື​ບໍ່​ໄດ້​ຄືນ​ເລີຍ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ຖ້າ​​ຄົບ​ຫາ​ໃຜ​ບາງ​ຄົນ​ຢູ່​ ໃນ​ເລື່ອງ​ຄຳ​ເວົ້າ​ຕ້ອງ​ເບິ່ງ​ນ້ຳ​ໃຈ​ກັນ​ ໃຊ້​ເຫດຜົນ​ ແລະ​ຄວາມ​ເຂົ້າໃຈ​ກັນ​ ຈະ​ສົ່ງ​ຜົນ​ດີີ​ຕໍ່​ຄວາມ​ສຳພັນ​

    ວັນພຸດ:ການ​ງານ ຄວາມ​ມຸ້ງ​ມັ່ນ​ໃນ​ການ​ໃຊ້​ເທັກ​ນິກ​ເພື່ອ​ແກ້​ບັນຫາ​ການ​ງານ​ຕ່າງ​ໆ​ ຈະ​ສາມາດ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ຕໍ່​ເນື່ອງ​ ການ​ເງິນ ມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ຈ່າຍ​ເງິນ​ ຄວນ​ທີ່​ຈະ​ເຮັດ​ບັນ​ຊີ​ລາຍ​ຮັບ​ ລາຍ​ຈ່າຍ​ເພື່ອ​ໃຫ້​ເຫັນ​ຕົວ​ເລກ​ທີ່​ແທ້ຈິງ​ ຄວາມ​ຮັກ​ ​ຕ້ອງ​ລະ​ວັງ​ຄວາມ​ໃຈ​ຮ້ອນ​ ການ​ບໍ່​ໃຊ້​ອາລົມ​ ແລະ​ການ​ໃຊ້​ເຫດ​ຕໍ່​ກັນ​ໃຫ້​ຫລາຍ​ ເວົ້າ​​ກັນ​ຢ່າງ​ເປັນ​ເຫດ​ເປັນ​ຜົນ​ ແລະ​ປັບ​ຕົວ​ເຂົ້າ​ຫາ​ກັນ​ກໍ​ຈະ​ເຮັດໃຫ້​ຄວາມ​ສຳພັນ​ດີ​ຂຶ້ນ​

    ວັນພະຫັດ:ການ​ງານ ຄວາມ​ມຸ້ງ​ມັ່ນ​ ຄວາມ​ສ້າງສັນ​ ແລະ​ຄວາມ​ພະຍາຍາມ​ ໃນ​ການ​ຕິດ​ຕໍ່​ເຈລະຈາ​ຈະ​ສົ່ງ​ຜົນ​ດີີ​ ເຮັດໃຫ້​ເກີດ​ຄວາມ​ສຳ​ເລັດ​ເກີນ​ຄວາມ​ຄາດ​ຫວັງ​ ການ​ເງິນ ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້​ຕາມ​ທີ່​ຄາດ​ຫວັງ​ ແຕ່​ຕ້ອງພົບຄວາມ​ກົດ​ດັນ​ ແລ້ວ​ຈຶ່ງ​ຈະ​ໄດ້​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ ຄວາມ​ຮັກ ຖ້າຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ຢູ່ໃນ​ເກນ​ຜິວ​ສອງ​ສີ​ ຮູບ​ຮ່າງ​ທ້ວມ​ໆ​ ການ​ງານ​ເຮັດໃຫ້​ໄດ້​ພົບ​​ກັນ​

    ວັນສຸກ:ການ​ງານ ຍັງ​ບໍ່​ແນ່​ໃຈ​ຕໍ່​ຫຼັກ​ປະຕິບັດ​ ຫລື​ແນວ​ທາງ​ບາງຢ່າງ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​ ແຕ່​ກໍ​ຄວນ​ໃຊ້​ຄວາມ​ຂະຫຍັນ​ອົດ​ທົນ​ເພື່ອ​ໃຫ້​ຜ່ານ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ການ​ເງິນ ຊ່ວງ​ນີ້​ຢູ່ໃນ​ເກນ​ຊົງ​ຕົວ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ ຫລື​ເລື່ອງ​ກັງ​ວົນ​ໃດ​ໆ​ ເຮັດໃຫ້​ທຸກ​ໃຈ​ນັ້ນ​ເອງ​ ຄວາມ​ຮັກ ໂດດ​ເດັ່ນ​ໃນ​ຄວາມ​ສຳພັນ​ກັບ​ຄົນ​ຜິວ​ສອງ​ສີ​ ຊ່ວງ​ທໍາອິດຈະ​ໄດ້​ພົບ​​ກັນ​ ແຕ່​ຫຼັງ​ໆ​ ຈະ​ໄດ້​ພົບ​​ກັນ​ນ້ອຍ​ລົງ​

    ວັນເສົາ:ການ​ງານ​ ພະຍາຍາມ​ເຮັດວຽກ​ໃຫ້​ໄດ້​ຕາມ​ມາດຕະຖານ​ ພະຍາຍາມ​ເຮັດໃຫ້​ດີ​ທີ່ສຸດ​ເທົ່າ​ທີ່​ເຮັດ​ໄດ້​ໃນ​ຊ່ວງ​ນີ້​ ແຕ່​ກໍ​ບໍ່​ຄວນ​ທີ່​ຈະ​ ເຮັດ​ເກີນ​ເວລາ​ພັກ​ຜ່ອນ​ຂອງ​ຕົນເອງ​
    ການ​ເງິນ ວາງ​ແຜນ​ການ​ໃຊ້​ຈ່າຍ​ໃຫ້​ມີ​ຄວາມ​ປະ​ຫຢັດ​ ຊຶ່ງ​ຈະ​ເປັນ​ຜົນ​ດີີ​ກັບ​ຕົນເອງ​ໃນ​ໄລຍະ​ນີ້​ ຄວາມ​ຮັກ​ ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ ແລະ​ຍັງ​ບໍ່​ຕັດ​ສິນ​ໃຈ​ກັບ​ຄວາມ​ສຳພັນ​ໃ​ນຕອນ​ນີ້​

    ວັນອາທິດ:ການ​ງານ ຈະ​ເຮັດ​ວຽກງານ​ຫຍັງ​ໃນ​ຊ່ວງ​ນີ້​ກໍ​ຈະ​ເປັນ​ເງິນ​ເປັນທອງໄປ​ທຸກ​ຢ່າງ​ ເພາະ​ມີ​ຄວາມ​ສາມາດ​ ໃຊ້​ຄວາມ​ສາມາດ​ເພື່ອ​ໃຫ້​ເກີດ​ປະໂຫຍດ​ແກ່​ຕົນເອງ​ຫລາຍ​ທີ່ສຸດ​
    ການ​ເງິນ ໄດ້​ເຂົ້າ​ມາ​​ກໍ​ຈ່າຍ​ອອກ​ໄປ​ຫລາຍ​ໃນ​ຊ່ວງ​ນີ້​ ເປັນ​ການ​ຊື້​ເຄື່ອງ​ທີ່​ທ່ານ​ຢາກ​ໄດ້​ມາ​ດົນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ຍັງ​ບໍ່​ໂດດ​ເດັ່ນ​ໃນ​ເລື່ອງ​ຄວາມ​ຮັກ​ ເພາະ​ມຸ້ງ​ມັ່ນ​ໃນ​ເລື່ອງ​ການ​ງານ​ຫລາຍກວ່າ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.