ນະຄອນຫລວງວຽງຈັນ ຫຼັງພົບຜູ້ຕິດເຊື້ອບາດດຽວ 200 ກວ່າກໍລະນີ ຖືວ່າຢູ່ໃນຂັ້ນຮ້າຍແຮງ ແລະມີຄວາມສ່ຽງທີ່ຈະລະບາດເປັນວົງກວ້າງ ຈິ່ງມີຄຳສັ່ງໃຫ້ປະຕິບັດການປິດການເຂົ້າ-ອອກ ຫຼື ລັອກດາວຢ່າງຂາດຕົວ ເພື່ອແກ້ໄຂກຸ່ມສ່ຽງທັງໝົດສາກ່ອນຈິ່ງພິຈາລະນາມາດຕະການໃໝ່.
ການປະກາດລັອກດາວ ນະຄອນຫລວງ ປິດການເດີນທາງ ເຂົ້າ- ອອກ (lock down) ແມ່ນຈະເລີ່ມມີຜົນນັບຕັ້ງແຕ່ ວັນທີ19-30 ກັນຍາ2021ເພື່ອສະກັດກັ້ນ ການແຜ່ລະ ບາດ ໂຄວິດ-19 ຢ່າງຮີບດ່ວນ ຫລັງຈາກ ມີລາຍງານ ຕົວເລກ ການຕິດເຊື້ອ ໃນຊຸມຊົນ ຢູ່ນະຄອນ ຫລວງວຽງຈັນ ເພີ່ມ ຂຶ້ນ ແລະ ກະຈາຍໄປຫລາຍບ້ານຫລາຍ ເມືອງ ໂດຍສະເພາະ ໃນວັນທີ18ກັນຍານີ້ ມີຜູ້ຕິດເຊື້ອໃໝ່ ເຖິງ265ກໍລະນີ ໃນນັ້ນ ຫລາຍກວ່າ90% ແມ່ນກຳມະກອນ ຈາກໂຮງງານ ຕັດຫຍິບ ອານຟີລາວ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ເຊິ່ງມີຄວາມສ່ຽງ ທີ່ຈະເກີດການ ແຜ່ລະບາດໃຫຍ່ ໃນຮອບໃໝ່ ແລະ ຈະຄວບຄຸມໄດ້ຍາກ ຢູ່ນະຄອນຫລວງວຽງຈັນ.
ດັ່ງນັ້ນ ຈຶ່ງປິດການ ເດີນທາງ ພາຍໃນ ແລະ ເຂົ້າ-ອອກ ນະຄອນຫລວງວຽງຈັນ ໂດຍສະເພາະ 4ຕົວເມືອງໃຫຍ່ຄື: ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດ ຕະນາກ ແລະ ເມືອງໄຊເສດຖາ ແລະ ບາງສ່ວນໃນ3 ເມືອງ ນອກຄື: ເມືອງໄຊທານີ ແມ່ນປິດແຕ່ຂົວ ທ່າງອນເຂົ້າມາ, ເມືອງທາດຊາຍຟອງ ແມ່ນປິດແຕ່ ສວນວັດທະນະທຳ ຊຽງຄວນເຂົ້າມາ, ເມືອງນາໄຊທອງ ປິດແຕ່ບ້ານສີເກີດ ເຂົ້າມາ ແຕ່ຍົກເວັ້ນ ຜູ້ທີ່ມີຄວາມຈຳເປັນ ແລະ ໄດ້ຮັບອະນຸຍາດ ຈາກຄະ ນະ ສະເພາະກິດ ຂັ້ນສູນ ກາງ ແລະ ນະຄອນ ຫລວງ ວຽງຈັນ.
ນອກນີ້ ຍັງຍົກລະດັບ ມາດຕະການປັບໃໝ ຕໍ່ຜູ້ລະເມີດ ຂຶ້ນສູ່ ລະດັບສູງສຸດ 3 ລ້ານກີບ/ຄົນ/ຄັ້ງ ແລະ 10 ລ້ານກີບ/ນິຕິບຸກຄົນ/ຄັ້ງ ພ້ອມທັງ ດຳເນີນຄະດີ ຕາມກົດ ໝາຍ ແລະ ຮັບຜິດຊອບຄ່າເສຍຫາຍ ຕ່າງໆ ທີ່ເກີດຂຶ້ນ ອີກດ້ວຍ.