ວັນທີ 15 ກັນຍາ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 223 ກໍລະນີ

    0
    603

    ວັນທີ 15 ກັນຍາ​​ 2021​​ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່​ 223 ກໍລະນີ ສະຫຼຸບ​ ສະຖານະການລະບາດຂອງພະຍາດໂຄວິດ​ ຈາກຄະນະເພາະກິດ​ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 223 ຕົວຢ່າງ​ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 21 ຄົນ ( 19 ຄົນ ເປັນກໍລະນີນຳເຂົ້າ)( 2 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ:​ 113 ຄົນ ( 9 ຄົນ ເປັນກໍລະນີນຳເຂົ້າ) ( 104 ຄົນ ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 38 ຄົນ ( 27 ຄົນ ເປັນກໍລະນີນຳເຂົ້າ) ( 11 ຄົນ ໃນຊຸມຊົນ), ແຂວງສາລະວັນ: 9 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 6 ຄົນ ໃນຊຸມຊົນ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 2 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 21 ຄົນ ( 4 ຄົນ ເປັນກໍລະນີນຳເຂົ້າ) ( 17 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 15 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 12 ຄົນ ໃນຊຸມຊົນ) ແຂວງຫຼວງນ້ຳທາ 2 ຄົນ (ໃນຊຸມຊົນ) , ເຊກອງ 1 ຄົນ (ໃນຊຸມຊົນ)

    ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.