ຂີ້ເຫຍື້ອສັງຄົມ…!!! ຖືກຈັບປານນັ້ນຍັງຍິ້ມເປີ່ນເວີນ ຍັດຢາ ເສ ບ ຕ ິ ດ ໄວ້ໃນໜາກກ້ວຍງ້າວ

    0
    1212

    ວັນທີ 9 ກັນຍາ 2021, ປກສ ກຸ່ມສີຖານ ສົມທົບການຈັດຕັ້ງບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ເຂົ້າກວດຄົ້ນຫ້ອງເຊົ່າຂອງທ້າວ ຖັງຫຼົງ ອາຍຸ 22 ປີ ສັນຊາດຈີນ ອາຊີບຄ້າຂາຍ ຢູ່ບ້ານໜອງສະໂນຄໍາ ພົບເຫັນແກັດເຈ້ຍຮູບໝາກກ້ວຍ 1 ແກັດ ດ້ານໃນບັນຈຸຊອງກາເຟສີຂຽວ.

    ໃນນັ້ນ, ມີຢາໄອ ຢູ່ໃນຊອງເກເຟ 51 ຊອງ, ຖົງສີຂາວບັນຈຸ ຢາໄອ 1 ຖົງ ນໍ້າໜັກ 1 ກິ ໂລກຼາມ ເຮໂຣອິນ 9 ຖົງນ້ອຍ, ຢາອີສີສົ້ມ ຈໍານວນ 105 ຖົງ ນ້ອຍ, ຢາອີ 4 ຖົງ ມີ 403 ເມັດ, ຢາອີ 1 ຖົງນ້ອຍ, ຢາໄອສີນໍ້າຕານ ຈຳນວນ 2 ຖົ ງນ້ອ ຍ.

    ນອກຈາກນີ້, ຍັງກວດພົບກ່ອງຢາງບັນຈຸຢາໄອ 1 ກ່ອງນ້ອຍ, ເຄື່ອງບົດຢາໄອ 1 ເຄື່ອງ, ກາວຕິດ 3 ກ່ອງ, ອຸປະກອນເສບຢາ 1 ອັ ນ, ຖົງສີເຫຼືອງຍາວ 15 ຊັງຕີ ເເມັດ 2 ມັດ, ຖົງກາເຟສີຂາວ 2 ຖົງເປົ່າ ແລະ ປືນສັ້ນ 9 ມມ ຈຳນວນ1 ກະບອກ ຈຶ່ງໄດ້ຈັບຕົວຜູ້ກ່ຽວສົ່ງໃຫ້ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນວ ສືບຕໍ່ສອບສວນ.

    ຜ່ານການສອບສວນໃນເບື້ອງຕົ້ນ, ທ້າວ ຖັງຫຼົງ ສາລະພາບວ່າ: ໃນເດືອນເມສາ 2021, ໄດ້ຮູ້ຈັກກັບທ້າວ ອາຫຼົງ ຢູ່ຄາສິໂນ ທີ່ຂົວມິດຕະພາບ ທ່ານາແລ້ງ.

    ມາຮອດວັນທີ 9 ກັນຍາ 2021, ຊາຍຄົນດັ່ງກ່າວໄດ້ໂທລະສັບ ບອກໃຫ້ມາຮັບເອົາຢາໄອ ຢູ່ໂຮງແຮມແຫ່ງໜຶ່ງເຂດຕະຫຼາດຊັງຈ່ຽງ ເມືອງສີໂຄດຕະບອງ. ພາຍຫຼັງທີ່ໄດ້ ຢ ເ ສ ບ ຜູ້ກ່ຽວກໍກັບມາຫ້ອງພັກຢູ່ບ້ານໜອງສະໂນຄຳ ຈາກນັ້ນ, ກໍຫໍ່ ຢ ໄ ອ ແລ້ວຍັດໃສ່ໝາກກ້ວຍງ້າວ ເພື່ອກຽມຈະສົ່ງໄປສາມຫຼ່ຽມຄໍາ.

    ສ່ວນຢາເສບຕິດ ເປັນເມັດສີຂຽວ, ຜົງສີສົ້ມ, ສີຂາວ ແລະ ອີກຈຳນວນໜຶ່ງນັ້ນ, ຜູ້ກ່ຽວແມ່ນບໍ່ຮູ້ວ່າເປັນຢາເສບຕິດ ປະເພດໃດ; ເຊິ່ງຜ່ານມາ, ຜູ້ກ່ຽວເຄີຍຮັບຈ້າງ ຫໍ່ຢາເສບຕິດມາແລ້ວ 2 ຄັ້ງ, ໄດ້ເງິນຄ່າຈ້າງຄັ້ງລະ400.000-700.000 ຢວນ, ສ່ວນປືນສັ້ນພ້ອມລູກປືນ 6 ລູກ ແມ່ນມີຄົນ ເອົາມາຝາກໃຫ້ຕົນຂາຍ ໃນລາຄາ 8.000 ຢວນ.

    ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ສົ່ງຕົວຜູ້ກ່ຽວໄປສູນກັກກັນ ເພື່ອກວດຫາເຊື້ອໂຄວິດ, ພາຍຫຼັງຄົບກໍານົດ 14 ວັນ ທີ່ຄະສະເພາະກິດວາງອອກ ກໍຈະນໍາຕົວຜູ້ກ່ຽວໄປດໍາເນີນຄະດີຕາມກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.