ແຈ້ງເຕືອນໃໝ່ລ່າສຸດ! ພາຍຸເຂດຮ້ອນ ໂກນເຊິນ ສະບັບທີ 4 ມາຮອດລາວແທ້ແນ່ນອນ

    0
    1799

    ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ ສະບັບທີ 4
    ລົມພາຍຸເຂດຮ້ອນ ໂກນເຊິນ ຫົວທີ 13 ໄດ້ອ່ອນກໍາລັງລົງເປັນ ພາຍຸດີເປຼເຊິນ ຊຶ່ງໃນຕອນເຊົ້າ ຂອງ ວັນທີ 12 ກັນຍາ 2021 ເວລາ 07 ໂມງ 00 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15,0 ອົງສາເໜືອ ແລະ ເສັ້ນແວງທີ 109.0 ອົງສາຕາເວັນອອກ ແລະ ຍັງສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ຢ່າງຊ້າໆ ແລະ ພາຍຸຫົວນີ້ຍັງ ເຄື່ອນທີ່ຢູ່ທາງພາກກາງຕອນເທິງຂອງປະເທດ ສສ ຫວຽດນາມ ແລະ ຈະເຄື່ອນທີ່ຜ່ານພາກກາງ ຫາ ພາກໃຕ້ ຂອງສປປ ລາວ ໃນໄລຍະວັນທີ 12 ຫາ 13 ກັນຍາ 2021 ນີ້, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:

    ໄລຍະວັນທີ 12 – 13 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້;
    ໄລຍະວັນທີ 13 – 14 ກັນຍາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ
    ພາກເໝືອ.

    ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ
    ແຂວງ ສາລະວັນ, ຈຳປາສັກ, ອັດຕະປື, ເຊກອງ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊສົມບູນ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບລົມພັດແຮງ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ຳຖ້ວມຍື່ງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້

    ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.