ຕິດເຊື້ອໃນຊຸມຊົນຍັງສູງ ແລະ ໜ້າຫ່ວງ, ພົບຜູ້ຕິດເຊື້ອໃໝ່ 217 ຄົນ, ຊຸມຊົນ 96 ຄົນ

    0
    643

    ສປປລາວ ພົບກໍລະນີຕິດເຊື້ອໃຫມ່່ 217 ຄົນ; ໃນນິີເປັນກໍລະນີໃນຊຸມຊົນພາຍໃນ 96 ຄົນ ຫຼາຍກວ່າໝູ່ແມ່ນແຂວງຈຳປາສັກ ຄົນ ຮອງມາແມ່ນ ຄໍາມ່ວນ ຄົນ

    ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 12 ກັນຍາ 2021 ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ ວ່າ

    ໃນວັນທີ 11 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4.092 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 217 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 96 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 121 ຄົນ ເຊິງ ມາຈາກ ແຂວງສາລະວັນ 49 ຄົນ, ສະຫວັນນະເຂດ 46 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 9 ຄົນ,ຈໍາປາສັກ 4 ຄົນ, ແລະ ຫຼວງພະບາງ 1 ຄົນ  ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

    ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຄື ຈຳປາສັກ 57 ຄົນ, ຄໍາມ່ວນ 24 ຄົນ, ສາລະວັນ 4 ຄົນ, ຫຼວງພະບາງ 2 ຄົນ, ບໍ່ແກ້ວ 2 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ, ຫຼວງນໍ້າທາ 1 ຄົນ

    ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17.357 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.228 ຄົນ.
    ສໍາລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ. ບ້ານແດງເກົ່າມີ 17 ບ້ານ
    ແຂວງຄໍາມ່ວນ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ ມີ 01 ບ້ານ ຄື ບ້ານ ທ່າເດືອ ເມືອງທ່າແຂກ, ບ້ານແດງເກົ່າມີ 37 ບ້ານ
    ແຂວງບໍ່ແກ້ວ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ ບໍ່ມີ, ບ້ານແດງເກົ່າມີ 05 ບ້ານ
    ແຂວງສະຫວັນນະເຂດ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ ບໍ່ມີ, ບ້ານແດງເກົ່າມີ 28 ບ້ານ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.