ສະໜາມບິນນິວເດລີນ້ຳຖ້ວມໜັກ

    0
    577

    ຝົນຕົກໜັກນ້ຳຖ້ວມສະໜາມບິນນິວເດລີ ຂອງອິນເດຍຫຼາຍສົມຄວນ ຕາມການລາຍງານຂ່າວລະບຸນີ້ຄືເຫດການຜົນຕົກແຮງທີ່ສຸດໃນຮອບ 46 ປີຂອງນະຄອນຫຼວງນີວເດລີ.

    ໂດຍຝົນໄດ້ເລີ່ມຕົກມາແຕ່ວັນສຸກທີ 10 ກັນຍາ 2021 ດ້ວຍປະລິມານ 1000 ມິລີແມັດ ຖືເປັນປະກົດການຝົນຕົກທີ່ຮຸນແຮງທີ່ສຸດໃນຮອບ 46 ປີທີ່ເກີດຂຶ້ນຢູ່ນະຄອນຫຼວງນີວເດລີ.

    ຈາກເຫດການຝົນຕົກຢ່າງໜັກໜ່ວງນັ້ນໄດ້ເຮັດໃຫ້ຮ່ອງລະບາຍນ້ຳຕ່າງໆທີ່ມີຢູ່ບໍ່ສາມາດລະບາຍນ້ຳອອກໄດ້ທັນ ແລະໄດ້ໄຫຼເຂົ້າຖ້ວມບ້ານເຮືອນ, ຖະໜົນຫົນທາງຈຳນວນຫຼາຍ ລວມທັງສະໜາມບິນສາກົນ ອິນດາຣີ ເກນດີ(ສະໜາມບິນນີວເດລີ).

    ຈາກພາບທີ່ເຫັນຄວາມເສຍຫາຍຕໍ່ເຄື່ອງຂອງອຸປະກອນໃນສະໜາມບິນຄົງບໍ່ໜ້ອຍເລີຍ ເຊິ່ງຄວາມເປັນຈີງເປັນແນວໃດນັ້ນຍັງບໍທັນມີການປະເມີນ ແລະລາຍງານເທື່ອ. ອັນຕະລາຍຍາມນີ້ຈັກພະຍາດ ນ້ຳກໍຖ້ວມໄພຮອບດ້ານ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.