ບໍລິສັດ ພູເບ້ຍ ມາຍນິງ ຂໍແຈ້ງໃຫ້ຊາບວ່າ ພະນັກງານບໍລິສັດຂອງຜູ້ຮັບເໝົາໜຶ່ງຄົນ ເຮັດວຽກຢູ່ໂຮງງານຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ໄດ້ມີຜົນກວດໂຄວິດ-19 ເປັນບວກ. ທັນທີ່ໄດ້ຮັບແຈ້ງມີພະນັກງານບໍລິສັດຂອງຜູ້ຮັບເໝົາຕິດເຊື້ອ, ເຂດດໍາເນີນງານທັງສອງຂອງບໍລິສັດ ໄດ້ປິດການເຂົ້າ-ອອກ.
ການເຄື່ອນຍ້າຍພະນັກງານເຂົ້າ-ອອກສະໜາມແມ່ນຖືກສັ່ງໂຈະທັນທີ. ການຊອກຫາຜູ້ສໍາຜັດໃກ້ຊິດແມ່ນເລີ່ມປະຕິບັດທັນທີ ແລະ ບຸກຄົນປະຈໍາສະໜາມທັງໝົດທີ່ລະບຸວ່າເປັນຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອໄດ້ຖືກແຍກປ່ຽວ. ສະໜາມ ຈະຍັງສືບຕໍ່ປິດເຂົ້າ-ອອກ ຈົນກວ່າໄດ້ຮັບຄໍາແນະນໍາຈາກລັດຖະບານ.
ປັດຈຸບັນ ພະນັກງານບໍລິສັດຂອງຜູ້ຮັບເໝົາໄດ້ຮັບສົ່ງໂຕອອກຈາກສະຖານທີ່ປິ່ນປົວປະຈໍາສະໜາມ ດ້ວຍລົດນໍາສົ່ງຄົນເຈັບ, ບໍລິສັດຈະສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ຮັບເໝົາດັ່ງກ່າວ ແລະ ຄອບຄົວຂອງລາວ ແລະ ຮຽກຮ້ອງໃຫ້ເຄົາລົບຄວາມເປັນສ່ວນຕົວຂອງພວກກ່ຽວ.
ບຸກຄົນທີ່ລະບຸເປັນຜູ້ສໍາຜັດໃກ້ຊິດຂອງກໍລະນີຕິດເຊື້ອແມ່ນໄດ້ເຂົ້າກວດຫາເຊື້ອໂຄວິດ-19 ແລະ ຜົນກວດເປັນລົບ. ບຸກຄົນເຫຼົ່ານີ້ຍັງຄົງສືບຕໍ່ແຍກປ່ຽວຢູ່ໂຮງງານພູຄໍາ ແລະ ຈະສືບຕໍ່ມີການຕິດຕາມ ແລະ ເບິ່ງແຍງທຸກວັນໂດຍທີມແພດສະເພາະ, ແລະ ເຮັດວຽກຢ່າງໜັກ.
ບໍລິສັດ ແລະ ຈະສືບຕໍ່, ເຮັດວຽກຢ່າງໃກ້ຊິດນໍາລັດຖະບານລາວ ກໍຄືແຂວງ ແລະ ພາກສ່ວນຄະນະສະເພາະກິດສູນກາງ ແລະ ແຂວງເພື່ອຊ່ວຍຕິດຕາມຊອກຫາຜູ້ສໍາຜັດໃກ້ຊິດ ເຊິ່ງປະຈຸບັນ ພວມດໍາເນີນຢູ່.
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ຊີ້ແຈ້ງວ່າ ເຖິງແມ່ນມີສະພາບດັ່ງກ່າວກໍ່ຕາມ, ກໍລະນີຕິດເຊື້ອກວດພົບໄດ້ ຍ້ອນມາດຕະການຄວາມປອດໄພດ້ານໂຄວິດ-19 ຂອງບໍລິສັດທີ່ເຂັ້ມງວດ, ເປັນຄວາມເຊື່ອໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ໃນຄວາມເຂັ້ມແຂງຂອງມາດຕະການເຫລົ່ານີ້ ເພື່ອປົກປ້ອງແຮງງານ ແລະ ຊຸມຊົນຂອງບໍລິສັດ.
ທ່ານ ຈັນເພັງ ກ່າວວ່າ: ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີພາບຂອງແຮງງານທັງໝົດຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຈະສືບຕໍ່ເປັນບູລິມະສິດອັນດັບຕົ້ນຂອງບໍລິສັດ.
ທ່າມກາງການລະບາດຂອງພະຍາດໂຄວິດ-19, ບໍລິສັດ ໄດ້ຈັດຕັ້ງປະຕິບັດລະບຽບການຄວາມປອດໄພທີ່ເຂັ້ມງວດ ເພື່ອປ້ອງກັນການ ຕິດເຊື້ອທີ່ເປັນໄປໄດ້ຢູ່ສະໜາມ, ລະບຽບການເຫລົ່ານີ້ ລວມມີການກວດອຸນຫະພູມຂອງແຮງງານບໍລິສັດເປັນປະຈໍາ ແລະ ການທໍາຄວາມສະອາດລົດຂົນສົ່ງ ແລະ ສິນຄ້າຂາເຂົ້າທັງໝົດ.
ບຸກຄະລາກອນທັງໝົດຍັງຕ້ອງໃສ່ຜ້າປິດປາກ-ດັງຕະຫຼອດເວລາ, ຮັກສາໄລຍະ ຫ່າງຢ່າງໜ້ອຍ 1.5 ແມັດ ລະຫວ່າງຕົນເອງ ແລະ ຄົນອື່ນໆ ແລະ ລ້າງມື ແລະ ທໍາຄວາມສະອາດມືຂອງຕົນເປັນປະຈໍາ.
ນອກຈາກນັ້ນ, ບຸກຄະລາກອນປະຈໍາສະໜຫາມທີ່ຈະເຂົ້າສະໜາມ ຕ້ອງໄປກັກໂຕຢູ່ສະຖານທີ່ກັກໂຕທີ່ຄວບຄຸມໂດຍບໍລິສັດເປັນເວລາ 7 ວັນ, ມີການກວດໂຄວິດ-19 ເປັນລົບກ່ອນເຂົ້າສະໜາມ ແລະ ຍັງກວດໂຄວິດ-19 ອີກຕອນຢູ່ສະໜາມ.
ກໍລະນີຕິດເຊື້ອທີ່ກວດພົບຫວ່າງບໍ່ດົນຢູ່ໂຮງງານ ພູຄໍາ ຂອງບໍລິສັດ ແມ່ນສາມາດກວດພົບຈາກພາກສ່ວນລະບຽບການຄວາມປອດ ໄພເຫລົ່ານີ້ ແລະ ສະແດງໃຫ້ເຫັນວ່າ ພະນັກງານຈະສືບຕໍ່ປະຕິບັດຕາມລະບຽບດັ່ງກ່າວ.
ນອກຈາກລະບຽບການເຫລົ່ານີ້, ບໍລິສັດ ໄດ້ສັກວັກຊີນໃຫ້ແຮງງານທັງໝົດຂອງບໍລິສັດເຊິ່ງລວມພະນັກງານບໍລິສັດຜູ້ຮັບເໝົາຫລາຍ ກວ່າ 96 ສ່ວນຮ້ອຍ ເພື່ອສະໜັບສະໜູນໂຄງການສັກວັກຊີນຕ້ານພະຍາດໂຄວິດ-19 ຂອງລັດຖະບານ ລາວ.
ໃນນາມພະນັກງານທຸກຄົນຢູ່ບໍລິສັດ ພູເບ້ຍ ມາຍນິງ, ບໍລິສັດ ຢູ່ຄຽງຂ້າງພະນັກງານບໍລິສັດຜູ້ຮັບເໝົາທີ່ກວດພົບເຊື້ອໂຄວິດ-19 ແລະ ຫວັງວ່າຜູ້ກ່ຽວຈະປິ່ນປົວຫາຍດີໃນໄວໆນີ້.