ວັນທີ 11 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 204 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 204 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 6 ຄົນ ( 4 ຄົນ ເປັນກໍລະນີນຳເຂົ້າ)( 2 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 50 ຄົນ ( 12 ຄົນ ເປັນກໍລະນີນຳເຂົ້າ) ( 38 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 67 ຄົນ ( 54 ຄົນ ເປັນກໍລະນີນຳເຂົ້າ) ( 13 ຄົນ ໃນຊຸມຊົນ), ແຂວງສາລະວັນ: 3 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ), ແຂວງບໍ່ແກ້ວ ຕົ້ນເຜິ້ງ 8 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 33 ຄົນ ( 9 ຄົນ ເປັນກໍລະນີນຳເຂົ້າ) ( 24 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 37 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ)( 34 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ