ອາເມຣິກາ ມອບເຄື່ອງປ້ອງກັນໄຂ້ມາເລເລຍ ລວມມູນຄ່າ 530.000 ໂດລາ ໃຫ້ແກ່ ສປປ ລາວ

    0
    769

    ສະຫະລັດອາເມຣິກາ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສາທາລະນະສຸກ ຕາງໜ້າໂດຍທ່ານ ໄມໂຄ ຣອນນິ້ງ ຜູ້ຕ່າງໜ້າອົງການ USAID ປະຈໍາລາວ ໄດ້ມອບ ມຸ້ງເຄືອບຢາ ຈໍານວນ 70.000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວຈໍານວນ 450.000 ຊຸດ ແລະ ຢາປິ່ນປົວໄຂ້ມາເລເລຍໃຫ້ແກ່ ສປປ ລາວ ໂດຍຕາງໜ້າກ່າວຮັບຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງປະຊຸມກະຊວງສາທາລະນະສຸກໃນວັນທີ 10 ກັນຍາ 2021

    ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວ ໃນພິທີ ມອບ-ຮັບ ວ່າ: ເຄື່ອງດັ່ງກ່າວແມ່ນ ຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆ ໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດ ມາເລເລຍ ແລະ ເຄື່ອງເຫຼົ່ານີ້ ຈະຊ່ວຍໃຫ້ລັດຖະບານລາວ ມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງ ມາເລເລຍ ໃນຊ່ວງທີ່ມີການລະບາດຂອງພະຍາດ ໂຄວິດ-19.

    ທ່ານ ໄມໂຄ ຮອນນິ້ງ ກ່າວວ່າ: ການຊ່ວຍເຫຼືອທາງດ້ານສາທາລະນະສຸກແມ່ນໃຈກາງສໍາຄັນພາຍໃຕ້ການຮ່ວມມືແບບກວມລວມລາວ-ອາເມລິກາ ເຊິ່ງປີນີ້ຄົບຮອບ 5 ປີ. ສະຫະລັດ ອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຂອງພວກເຮົາ ໂດຍຜ່ານການປະກອຍສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດມາເລເລຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງ ພະຍາດມາເລເລຍ ໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.

    ມາຮອດປັດຈຸບັນ, ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ,ອຸປະກອນຫ້ອງທົດລອງ, ມອບມຸ້ງຫຼາຍກ່ວາ 800.000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕີ ໄຂ້ມາເລເລຍແບບໄວ ຫຼາຍກ່ວາ 1.000.000 ຊຸດ ແລະ ໃຫ້ຢາປິ່ນປົວມາເລເຣຍ ເຊິ່ງເປັນມູນຄ່າທັງໝົດຫຼາຍກ່ວາ 4,73 ລ້ານໂດລາສະຫະລັດໃນໄລຍະ 10 ປີທີ່ຜ່ານມາ. ນອກຈາກນີ້, ໃນການຮັບມືກັບພະຍາດໂຄວິດ-19,ສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 10 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ເດືອນກໍລະກົດທີ່ຜ່ານ,ຍັງໄດ້ຊ່ວຍເຫຼືອວັກແຊັງປ້ອງກັນໂຄວິດ ຈອນຊັນ ເເລະ ຈອນຊັນ ຫຼາຍກວ່າ 1ລ້ານ ໂດສໃຫ້ແກ່ສປປລາວ.

    ຂ່າວ: ຄຳນ້ອຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.