ສະຫວັນນະເຂດ 70 ຄົນກັບບ້ານປົວຫາຍດີຈາກ ໂ ຄ ວ ິ ດ ຍັງຕົວເລກຄ້າງສູນ 2 ພັນກວ່າຄົນ

    0
    544

    ສະຫວັນນະເຂດຈາກທີ່ຕົວເລກຕິດເຊື້ອສະສົມ 5.930 ຄົນ ມາເຖິງປັດຈຸບັນເຫຼືອທີ່ 2.246 ຄົນ ຕົວເລກນີ້ສະແດງໃຫ້ເຫັນເຖິງຄວາມເອົາໃສ່ຈາກຫຼາຍພາກສ່ວນໃຫ້ຄວາມຊ່ວຍກັນເຫຼືອໃນທຸກດ້ານ ໂດຍສະເພາະທີມແພດປີ່ນປົວໄດ້ເຮັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເຖິງແມ່ນວ່າຍັງພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນໃນແຕ່ລະມື້ກໍ່ຕາມ.

    ຫຼ້າສຸດໃນ ວັນທີ 9 ກັນຍາ 2021 ມີ 70 ຄົນທີ່ໄດ້ຮັບການປິ່ນປົວຫາດີ ຈາກໂຮງໝໍສະໜາມຫຼັກ 9 ສະຫວັນນະເຂດ ກ່ອນກັບບ້ານຍັງໄດ້ຟັງຄຳແນະນຳຈາກທີມແພດໝໍວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

    ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


    ປະຈຸບັນມາຮອດປະຈຸບັນ ທົ່ວແຂວງສະຫວັນນະເຂດແມ່ນມີ ຜູ້ຕິດເຊື້ອສະສົມ 5.930 ຄົນ, ຍັງຄ້າງສູນປິ່ນປົວ 2.246 ຄົນ, ປິ່ນປົວດີແລ້ວ 3.684 ຄົນ, ຍິງ 1.796 ຄົນ ແລະ ເສັຍຊີວິດ 7 ຄົນ, ຍິງ 2 ຄົນ. ( ຂໍ້ມູນ 9 ກັນຍາ 2021 ).

    ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.