ນີ້ລະນໍ້ ຢ່າໄວ້ໃຈທາງຢ່າວາງໃຈຄົນ! ລູກຈ້າງໃຈຊົ່ວ ກໍ່ເຫດມ້າງຕູ້ເຊບເອົາເງິນນາຍຈ້າງ

    0
    1018

    ເຈົ້າໜ້າທີ່ພະແນກຕໍາຫຼວດປກສເມືອງສີໂຄດຕະບອງກັກຕົວທ້າວນົກອາຍຸ 26 ປີ, ກໍາມະກອນ, ບ້ານຫ້ວຍແກ້ວ ເມືອງ ຄໍາເກີດແຂວງບໍລິຄໍາໄຊ ປະຈໍາຢູ່ຮ້ານຂອງ ນາງ ດາວັນໃນວັນທີ 4 ສິງຫາ 2021 ໃນຂໍ້ຫາລັກຊັບພົນລະເມືອງ (ຕູ້ເຊບ) ມີເງິນ 7.000.000ກີບ, 14.000 ຢວນ ແລະ 350ໂດລາ, ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ.

    ຜ່ານການສອນສວນຜູ້ກ່ຽວຮັບສາລະພາບວ່າ: ພາຍຫຼັງນາຍຈ້າງອອກຈາກຮ້ານໄປວຽກ ໄດ້ປະລູກ 2 ຄົນໄວ້ນໍາຕົນເປັນຄົນຮັບເບີ່ງແຍງຖ້າ. ໃນເວລາປະມານ17:00 ໂມງ ຂອງວັນທີ 2 ກັນຍາ 2021, ຕົນສັງເກດເຫັນປະຕູຫ້ອງບໍ່ໄດ້ລ໋ອກ, ຈຶ່ງເຂົ້າໄປເບີ່ງແລ້ວລັກເອົາຕູ້ເຊບ ນໍາໄປເຊືີ່ອງໄວ້ປ່າແຖວໃກ້ເຮືອນຮອດເວລາ 20:00 ໂມງ, ນາຍຈ້າງກັບມາເຮືອນແລ້ວບໍ່ເຫັນຕູ້ເຊັບຈຶ່ງໄດ້ແຈ້ງຄວາມ.

    ຮອດເວລາ 1:00 ໂມງ ຂອງວັນທີ 4 ກັນຍາ 2021 ຕົນໄດ້ຊອກເຫຼັກໄປງັດຕູ້ເຊບແລ້ວເອົາເງິນໄປຊຸກເຊືີ່ອງໄວ້ຄອກໝູ ໂດຍບໍ່ໄດ້ນັບຈຳນວນ ຮອດເວລາປະມານ 10:00 ໂມງ ຂອງວັນດຽວກັນເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວ ແລະ ຕົນໄດ້ພາເຈົ້າໜ້າທີ່ໄປເອົາທີ່ຊຸກເຊືີ່ອງໄວ້ຢູ່ບ່ອນດັ່ງກ່າວ.

    ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດຳເນີນຕາມຂັ້ນຕອນຂອງກົດໝາຍ. ສ່ວນເງິນທີ່ເກັບກູ້ໄດ້ຄືນວັນທີ 6 ກັນຍາ 2021 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ນຳເງິນດັ່ງກ່າວມອບໃຫ້ຜູ້ເສຍຫາຍ ຕາງໜ້າມອບໂດຍ ພັທ ຄຳປ່ຽນ ອຸດົມວິໄລ ຫົວ ໜ້າພະແນກຕຳຫຼວດ ປກສ ເມືອງສີໂຄດຕະບອງ ຕາງໜ້າຮັບໂດຍ ນາງ ດາວັນ.

    ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.