ເລື່ອງເປັນແນວນີ້ອ້າຍ: ນ້ອງເປັນໜີ້ ເອື້ອຍຜູ້ໜຶ່ງຈຳນວນ 60 ລ້ານກີບ, ທີ່ຜ່ານມາ ນ້ອງກໍຈ່າຍແນ່ບໍ່ຈ່າຍແນ່ຕາມຄວາມສາມາດຂອງນ້ອງ. ເດືອນແລ້ວນີ້ ເພິ່ນໄດ້ແຊັດມາບອກວ່າຖ້າບໍ່ຈ່າຍເງິນທີ່ຍືມພ້ອມດອກເບ້ຍ ເອື້ອຍ (ເຈົ້າໜີ້) ເພິ່ນຈະມາຄົ້ນເອົາເຄື່ອງມີຄ່າຢູ່ເຮືອນນ້ອງໄປຂາຍໃຊ້ໜີ້ເອງ. ແລ້ວເພິ່ນກໍເຮັດແທ້ ອາທິດທີ່ຜ່ານມາເພິ່ນໄດ້ເຂົ້າມາຄົ້ນເຮືອນຂອງນ້ອງໂດຍບໍ່ໄດ້ຮັບອະນຸຍາດ. ແມ່ນ້ອງ ພະຍາຍາມຫ້າມແລ້ວແຕ່ເພິ່ນກໍມ້າງປະຕູເຂົ້າມາເຮືອນຂອງນ້ອງ. ເຈົ້າໜີ້ ໄດ້ຍຶດເອົາໂນດບຸກ ໄອແພດ ແລະ ລົດຈັກຂອງນ້ອງໄປ. ນ້ອງຢາກຮູ້ວ່ານ້ອງມີສິດຫຍັງແດ່ຕາມລະບຽບກົດໝາຍ?
ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ:
ການກູ້ຍືມເງິນ ແນ່ນອນວ່າລູກໜີ້ຕ້ອງໃຊ້ຕາມກຳນົດ ແລະ ຈຳນວນເງິນ ພ້ອມດອກເບ້ຍທີ່ຕົກລົງກັນ. ເມື່ອລູກໜີ້ ບໍ່ໃຊ້ໜີ້ ເຈົ້າໜີ້ກໍມີສິດທວງໜີ້ໃນຂອບເຂດກົດໝາຍກຳນົດໄວ້. ໃນກໍລະນີນີ້ ເຫັນວ່າ ເຈົ້າໜີ້ມີການກະທຳທີ່ເກີນຂອບເຂດທີ່ກົດໝາຍອະນຸຍາດໃຫ້ເຈົ້າໜີ້ປະຕິບັດຕໍ່ລູກໜີ້ໄດ້. ສິ່ງທີ່ເຈົ້າໜີ້ກະທຳ ອາດມີຄວາມຜິດ 2 ຢ່າງຄື:
1. ເຈົ້າໜີ້ ອາດມີຄວາມຜິດຖານບຸກລຸກເຄຫະສະຖານ. ອີງຕາມມາດຕາ 222 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກລ່ວງເຄຫະສະຖານຜູ້ອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍດ້ວຍການໃຊ້ຄວາມຮຸນແຮງ ຫຼື ນາບຂູ່ ຈະຖືກລົງໂທດຕັດອິດສະລະພາບແຕ່ 1 ປີ ຫາ 3 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຖືກປັບໃໝແຕ່ 3.000.000 ກີບ ຫາ 15.000.000 ກີບ.
2. ເຈົ້າໜີ້ ອາດມີຄວາມຜິດຖານລັກຊັບຜູ້ອື່ນ. ເພາະຖ້າຫາກວ່າ ຊັບສິນ ຫຼື ສິ່ງຂອງໃດໜຶ່ງຂອງລູກໜີ້ທີ່ບໍ່ໄດ້ນຳເອົາມາເປັນຊັບຄຳ້ປະກັນໃນການກູ້ຍືມ ເຈົ້າໜີ້ກໍບໍ່ມີສິດຍຶດມາເປັນຂອງຕົນໄດ້. ເຖິ່ງວ່າໄດ້ເອົາມາເປັນຊັບຄຳ້ປະກັນກໍຕາມ ແຕ່ຕ້ອງມີຄຳຕັດສິນຂອງສານເສຍກ່ອນ. ອີງຕາມມາດຕາ 231 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ຜູ້ໃດຫາກໄດ້ເອົາຊັບຄົນອື່ນມາເປັນຂອງຕົນໂດຍບໍ່ຖືກຕ້ອງຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ. ມາດຕາດັ່ງກ່າວ ຍັງກຳນົດຕື່ມອີກວ່າ: ຖ້າມີການລັກດ້ວຍການມ້າງເພຮົ້ວຮາວ ຫຼື ປະຕູ ຜູ້ກະທຳຜິດຈະຖືກລົງໂທດແຕ່ 6 ເດືອນ ຫາ 5 ປີ ແລະ ປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ.
ດັ່ງນັ້ນພວກເຮົາ Phomsoupha & Son Law ຢາກເຕືອນເຈົ້າໜີ້ວ່າ ການທວງໜີ້ແມ່ນທວງໄດ້ ແຕ່ຂໍໃຫ້ຢູ່ໃນຂອບເຂດຂອງກົດໝາຍອະນຸຍາດເດີ.
ແຫລ່ງທີ່: Phomsoupha & Son Law