ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ວັນທີ 7 ກັນຍາ 2021 ວ່າ ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 4.159 ຄົນ ຜົນກວດພົບຜູ້ຕິດເຊື້ອໃໝ່ 307 ຄົນ ຊຸມຊົນ 86 ຄົນ
ລາຍລະອຽດຕາມນີ້
ຄໍາມ່ວນ 29 ຄົນ ແພດທີ່ຈໍາກັດບໍລະເວນ 2 ຄົນ, ຊຸມຊົນໂພນສະຫວ່າງ 8 ຄົນ, ຕະຫລາດຫລັກ3: 1 ຄົນ, ຄອບຄົວໄຝຝ້າ: 3 ຄົນ, ໂຮງຮຽນ ການເມືອງ: 5 ຄົນ ແລະ ຊຸມຊົນອື່ນໆ 10 ຄົນ, ສະຫວັນນະເຂດ 26 ຄົນ: ສະຫັວນ ປາກ 2 ກໍລະນີ, ພະນັກງານຫ້ອງການກຸ່ມ 2 ກໍລະນີ ແລະ ຄອບຄົວພະນັກງານກຸ່ມ 1 ກໍລະນີ , ສ່ວນທີ່ເຫຼືອແມ່ນສໍາຜັດກັບກໍລະນີຕິດເຊື້ອທີ່ຜ່ານມາ ແລະ ອີກສ່ວນທີ່ເຫຼືອທີມງານລະບາດກໍາລັງສອບສວນ ແລະ ເກັບກໍາຂໍ້ມູນເພີ່ມ
ເຕີມ.
ບໍ່ແກ້ວ 13 ຄົນ ເຂດເສດຖະກິດພິເສດ ສາມຫຼຽມຄໍງ 11 ຄົນ (ຕໍາຫລວດ 02, ຄົນ ຈີນ 09), 01 ຈາກ ບ້ານຂອນແກ້ວ ເມືອງຫ້ວຍຊາຍ,
ຈໍາປາສັກ 10 ຄົນ ມາຈາກຊຸມຊົນ ເຂດ ຫລັກ 40 ກ່ຽວພັນກັບ ກຸ່ມໂຮງຫມໍ ເມື່ອງ ປະທຸມພອນ,
ສາລະວັນ 4 ຄົນ ແມ່ນ ກຸ່ມ ທີ່ພົວພັນ ກັບ ເຈົ້າຫນ້າທີ່ ໄອຍະການ ແລະ ຫ້ອງການຍຸດທິທໍາແຂວງ ທີ່ເຄີຍໄດ້ ລາຍງານໃນ ສອງວັນຜ່ານມາ
ຫຼວງນ້ໍາທາ 2 ຄົນ: ຈາກບ້ານວຽງເງີນ, ເມືອງນ້ໍາທາ ພົວພັນ ກັບ ຜູ້ຕິດເຊື້ອ ຜ່ານມາຈາກບ້ານທົ່ງໄຈ້ເຫນືອ, ເມືອງນ້ໍາທາ.
ນະຄອນຫຼວງວຽງຈັນ 1 ຄົນ: ບ້ານ ດອນດູ່ ເມືອງ ຫາດຊາຍຟອງ ເປັນລູກ ຂອງຜູ້ ທີ່ຕິດເຊື້ອ ຊຶ່ງໄດ້ລາຍງານ ໄລຍະວັນທີ 24 ສິງຫາ ຜ່ານມາ,
ຫຼວງພະບາງ 1 ຄົນ ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ
ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່, ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 16.365 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງຫມົດ 5.019 ຄົນ ປະຈຸບັນນີ້ຫຼາຍປະເທດໄດ້ມີການຄົ້ນຄ້ວານໍາໃຊ້ຢາປິ່ນປົວ ເຊີ່ງໃນນັ້ນມີທັງຢາຫຼວງ ແລະ ຢາພື້ນເມືອງ, ແລະ ນະໂຍບາຍຂອງພັກກໍ່ຄືລັດຖະບານພວກເຮົາໄດ້ສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດທໍາມະຊາດອັນລໍ້າຄ່າຂອງປະເທດເຮົາ, ຄືດັ່ງທີ່ ທ່ານລັດຖະມົນຕີກະຊວງສາທາລະນະສຸກກໍ່ໄດ້ຊີ້ນໍາໃຫ້ມີການຄົ້ນຄ້ວາ ແລະ ຜະລິດຈໍາຫນ່າຍຢາປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ດັ່ງນັ້ນ ສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄ້ ວາ ແລະ ຜະລິດຢາ ຊະນິດແຄັບຊຸນເປັນຕົ້ນແມ່ນ ລາຊາບີ, ຄາວທອງ ແລະ ກະຊາຍຂາວ.
ປະຈຸບັນໄດ້ຈັດສົ່ງໃຫ້ບັນດາແຂວງທີ່ມີການລະບາດເປັນຕົ້ນແມ່ນແຂວງສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ ເພື່ອປິ່ນປົວຄົນເຈັບຈໍານວນ 450 ຄົນ, ນອກຈາກນີ້ຍັງໄດ້ສົ່ງ
ຢາພື້ນເມືອງທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປຈີນສົ່ງໃຫ້ບັນດາແຂວງທົ່ວປະເທດຈໍານວນຫນື່ງ, ຢາພື້ນເມືອງດັ່ງກ່າວນີ້ແມ່ນມີຜົນດີໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈກໍ່ ຄືພະຍາດໂຄວິດ-19.