ສ້າງຜົນງານຄັ້ງໃຫຍ່ ແພດສະຫວັນນະເຂດສົ່ງຜູ້ປ່ວຍກັບບ້ານໄດ້ອີກ 145 ຄົນ

    0
    930

    ມື້ນີ້ຕົວເລກຜູ້ປິ່ນປົວຫາຍດີຈາກການຕິດເຊື້ອໂຄວິດ-19 ຢູ່ສະຫວັນນະເຂດສູງເຖິງ 145 ຄົນ ນັບວ່າເປັນຂ່າວດີ ເພາະຕົວເລກກັບບ້ານຫຼາຍເທົ່າໃດກໍ່ໝາຍເຖິງບ້ານເມືອງມີຄວາມປອດໄພສູງຂຶ້ນ ສາມາດແບ່ງເບົາພາລະແພດໝໍໄດ້ລະດັບໜຶ່ງ ການທຳມາຫາກິນຂອງປະຊາຊົນຄືໄທເຮົາເຈົ້າຂ້ອຍກໍ່ຈະສະບາຍກວ່າເກົ່າ.

    ຕາມຂ່າວທ້ອງຖິ່ນລາຍງານມື້ນີ້ ວັນທີ 6 ກັນຍາ 2021 ເວລາ 14:00 ໂມງ ໄດ້ມີການສົ່ງຕົວຂອງຜູ້ປິ່ນປົວຫາຍດີຈາກການຕິດເຊື້ອໂຄວິດ-19 ຈຳນວນ 145 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ( 22 ຄົນ ), ໂຮງໝໍສະໜາມໂນນສະຫວາດ ( ໂຮງງານ ອັບເກນ ) ( 117 ຄົນ ) ແລະ ໂຮງໝໍສະໜາມ ວສສ ( 6 ຄົົນ ).

    ໃນຄັ້ງນີ້ທິມແພດປິ່ນປົວລ້ວນໄດ້ຢ້ຳເຕືອນໃຫ້ກັບຄອບຄົວຂອງຄົນເຈັບ ແລະຜູ້ປ່ວຍເອງວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.

    ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານຈົ່ງອະທິບາຍຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

    ສຳລັບຕົວເລກຜູ້ຕິດເຊື້ອສະສົມໃນແຂວງສະຫວັນນະເຂດມາປະຈຸບັນແມ່ນມີ 5.606 ຄົນ, ຍັງຄ້າງຢູ່ສູນປິ່ນປົວ 2.349 ຄົນ, ປິ່ນປົວດີແລ້ວ 3.348 ຄົນ, ຍິງ 1.648 ຄົນ ແລະ ເສັຍຊີວິດ 7 ຄົນ, ຍິງ 2 ຄົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.