ອຸຕຸແຈ້ງ…!!! ບົດລາຍງານສະພາບອາກາດ ໄລຍະວັນທີ 6 ຫາ 12 ກັນຍາ 2021

    0
    1610

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດນີ້ ແຕ່ໄລຍະວັນທີ 6 ຫາ 12 ກັນຍາ 2021 ວ່າ: ໃນໄລຍະວັນທີ 6 ຫາ 7 ກັນຍານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ

    ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນໃນໄລຍະວັນທີ 8 ຫາ 10 ກັນຍາ 2021 ຄວາມກົດດັນສູງຂອງອາກາດເຢັນ

    ຈະປົກຄຸມຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

    ທ້າຍອາທິດ ໄລຍະວັນທີ 11 ຫາ 12 ກັນຍາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ແຂວງພາກເໜືອ ແລະ

    ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.​ ພ້ອມດຽວກັນນີ້,​ ຍັງໄດ້ມີຄຳເຕືອນເພື່ອເຝົ້າລະວັງສະພາບອາກາດຮ້າຍແຮງໃນໄລຍະວັນທີ 6 ຫາ 9 ກັນຍາ 2021 ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ເຂດແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ,

    ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້.

    ລາຍລະອຽດດັ່ງນີ້:

    .

    .

    .

    .

     

     

     

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.