ຢ່າເລື່ອນຜ່ານ…ທຸກຄົນຊ່ວຍກັນຄົນລະ 5 ລະ 10 ໃຫ້ຜູ້ຢູ່ດ່ານໜ້າໃນພາລະກິດຕ້ານໂຄວິດ

    0
    1129

    ທຸກຄົນເຄີຍຄິດບໍວ່າ ຕັ້ງແຕ່ໂຄວິດມີການແຜ່ລະບາດ ມັນໄດ້ສ້າງຄວາມຫຍຸ້ງຍາກລຳບາກຫຼາຍດ້ານ ໂດຍສະເພາະກັບຄະນະສະເພາະກິດ ຫຼື ຜູ້ຮັບຜິດຊອບທີ່ມີໜ້າທີ່ໃນການປະຕິບັດວຽກງານ ໂດຍບໍ່ມີການກຳນົດເວລາ ແລະ ທີ່ສຳຄັນໃນຂະນະທີ່ພວກເຂົາເຫຼົ່ານັ້ນກຳລັງປະຕິບັດໜ້າທີ່ຢ່າງສຸດກຳລັງ ເພື່ອປະເທດຊາດ ພວກເຮົາອາດກຳລັງ ເຂົ້ານອນຫຼັບຢ່າງສະບາຍຢູ່ເຮືອນ.

    ແລະໃນຄັ້ງນີ້ ມູນນິທິຮ່ວມໃຈ – ອາສາສະໝັກ ລວມເຖິງແພດໝໍ ທະຫານ ຕຳຫລວດ ໄດ້ລົງປະຕິບັດໃນການພົ່ນຢາຂ້າເຊື້ອເພື່ອຕ້ານເຊື້ອພະຍາດໂຄວິດ-19 ທີ່ ສູນກັກກັນສະໜາມກິລາຫຼັກ 16 ສິ່ງນີ້ມັນສື່ໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ໜ້າທີ່, ຄວາມເສຍສະຫຼະ ໃນການເຮັດເພື່ອສັງຄົມ ກໍ່ຄືປະເທດເຮົາເອງ ແລ້ວໄທເຮົາເຈົ້າຂ້ອຍເດຈະຊ່ວຍພວກເພິ່ນແນວໃດ?

    ສຳລັບການພົ່ນຢາຂ້າເຊື້ອດັ່ງກ່າວ ທີ່ສູນສະໜາມກິລາຫຼັກ 16 ແມ່ນປະກອບດ້ວຍຈຳນວນ4ຕຶກຄື: ຕືກA (ສະຫນາມບາດ), ຕຶກB (ສະຫນາມດອກປີກໄກ່), ຕຶກC (ສະຫນາມເທັນນິດ) ແລະ ຕຶກD (ສະລອຍນໍ້າ) ເພື່ອເປັນການຫຼຸດຄວາມສ່ຽງ ຫຼື ປ້ອງກັນຈາກເຊື້ອຄ້າງຄາໃນສະຖານທີ່ດັ່ງກ່າວ.

    ເຊິ່ງວ່າຖ້າຫາກທ່ານໃດ ຫຼື ບຸກຄົນໃດທີ່ຢາກຈະປະກອບສ່ວນຊ່ວຍເຫຼືອໃນດ້ານຕ່າງໆ ເພື່ຶອເປັນການໃຫ້ກຳລັງໃຈ ແລະ ເພື່ອຊ່ວຍເຫຼືອປະເທດຊາດ ແມ່ນທາງຄະນະໄດ້ເປີດຮັບບໍລິຈາກ ເພື່ອຈະນຳໃຊ້ເຂົ້າໃນວຽກງານຕ່າງໆເຊັ່ນ: ການຊ່ວຍເຫຼືອຈາກທຸກທ່ານແມ່ນຈະຊື້ຊຸດ PPE , ນໍ້າມັນລົດເພື່ອເຄື່ອນໄຫວ ແລະ ອຸປະການການແພດ ແລະ ອື່ນໆທີ່ຈຳເປັນ.

    ເລກບັນຊີ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ : 160120001532332001 (ກີບ)
    ຊື່ບັນຊີ : HOUAMCHAI FOUNDATION FOR DISASTER VICTIMS ASSISTANCE, VIENTIANE CAPITA

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.