ວັນທີ 6 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 125 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 125 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ( 4 ຄົນ ເປັນກໍລະນີນຳເຂົ້າ) ( 6 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 31 ຄົນ ( 15 ຄົນ ເປັນກໍລະນີນຳເຂົ້າ) ( 16 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 54 ຄົນ ( 46 ຄົນ ເປັນກໍລະນີນຳເຂົ້າ) ( 8 ຄົນ ໃນຊຸມຊົນ), ແຂວງສາລະວັນ: 8 ຄົນ ( 6 ຄົນ ເປັນກໍລະນີນຳເຂົ້າ) ( 2 ຄົນ ໃນຊຸມຊົນ), ແຂວງບໍ່ແກ້ວ ຕົ້ນເຜິ້ງ 8 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 19 ຄົນ ( 4 ຄົນ ເປັນກໍລະນີນຳເຂົ້າ) ( 15 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 1 ຄົນ (ໃນຊຸມຊົນ) ,ແຂວງຫຼວງນ້ຳທາ 5 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 4 ຄົນ (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ