ເຮົານັບຖອຍຫຼັງອີກບໍເຖິງ 100 ວັນຂ້າງໜ້າຈະໄດ້ເຫັນລົດໄຟຫົວກະສູນແລ່ນຢູ່ແຜ່ນດິນລາວແລ້ວ ເຊິ່ງຫຼາຍຄົນຕ່າງກໍ່ຕີລາຄາໄປໃນຫຼາຍແງ່ ແຕ່ທີ່ແນ່ນອນນັ້ນເປັນປະຫວັດສາດໜ້າໃໝ່ແຫ່ງການພັດທະນາສ້າງສາປະເທດຊາດ ເປັນໂອກາດຂອງການທຳມາຄ້າຂາຍຮ່ວມກັບ ສປ ຈີນ ຕະຫຼາດທີ່ໃຫຍ່ສຸດຂອງໂລກ.
ໂຄງການນີ້ຜູ້ຄິດລົບທັງຫຼາຍມັກຈະຕີລາຄາວ່າມັນເປັນການສ້າງຮັ່ງຄຸນມີໃຫ້ປະເທດອື່ນ ແຕ່ຄວາມຈີງແລ້ວຂຶ້ນຢູ່ກັບວ່າຄົນລາວເຮົາຈະມີຫົວຄິດປະດິດສ້າງຫຼາຍໜ້ອຍພຽງໃດໃນການສວຍໃຊ້ໂອກາດນີ້ເພື່ອສ້າງເມັດເງິນເຂົ້າມາບ້ານເຮົາ.
ໂຄງການລົດໄຟລາວ-ຈີນມີກຳນົດການເປີດໃຫ້ບໍລິການໃນວັນທີ 2 ທັນວາ ປີ 2021 ນີ້ ເຊິ່ງເປັນວັນຊາດຂອງລາວເຮົາ ກໍ່ຄືດັ່ງທີ່ວ່າ ເສັ້ນທາງນີ້ມັນມາພ້ອມສິ່ງທ້າທາຍຫຼາຍດ້ານ ແຕ່ອີກດ້ານມັນກໍເຕັມໄປດ້ວຍໂອກາດໃຫ້ປະຊາຊົນລາວໄດ້ນຳໃຊ້ ເພື່ອສ້າງລາຍຮັບສູ່ປະເທດເຮົາ ອັນສຳຄັນໃຫ້ທຸລະກິດລາວເຮົາພະຍາຍາມເອົາໃຈໃສ່ສຶກສາຫາໂອກາດໃຫ້ໄດ້ ຢ່າໃຫ້ຕົກຂະບວນລົດໄຟກໍເປັນພໍ.
ທ່ານ ນາງ ວາລີ ເວດສະພົງ ນັກທຸລະກິດຍິງໜຸ່ມຄົນໜຶ່ງທີ່ມີຄວາມຮູ້ ແລະປະສົບການຫຼາກຫຼາຍບອກວ່າ: ສຳລັບໂຄງການນີ້ແລ້ສເຊິ່ງທາງພາກລັດເອງແມ່ນພາກສ່ວນທີ່ສຳຄັນທີ່ສຸດທີ່ມີບົດບາດໃນການວາງແຜນ ກຳນົດນະໂຍບາຍທີ່ເຫມາະສົມ ນິຕິກຳ ກົນໄກທີ່ເອື້ອອຳນວຍ ວ່ອງໄວເພື່ອດຶງດູດການລົງທຶນ ເພາະນີ້ແມ່ນສະຫນາມໂອກາດການລົງທຶນໃຫມ່ສຳລັບນັກລົງທຶນ ດ້ວຍທີ່ຕັ້ງຂອງ ສປປລາວ ແລ້ວເຮົາສາມາດເປັນສູນກາງຫລາຍດ້ານໄດ້ ໂດຍສະເພາະເປັນຮ່ວງໂສ້ການຜະລິດໃຫ້ຫລາຍປະເທດໄດ້ ໃຜບໍ່ມາລົງທຶນຕອນນີ້ແມ່ນພາດໂອກາດແທ້ໆເລີຍ.
ແລະທີ່ສຳຄັນ ການກຳນົດນະໂຍບາຍ ແມ່ນພະຍາຍາມຄວນໃຫ້ ສປປ ລາວ ເປັນສັງຄົມການຜະລິດ,ໃຫ້ມີໂຮງງານແປຮູບໃຫ້ໄດ້ຕາມ ນະໂຍບາຍທີ່ລັດຖະບານໄດ້ກຳນົດໃນວາລະແຫ່ງຊາດ ກໍ່ຄືຫຼຸດຜ່ອນການນຳເຂົ້າລົງ.
ພາກລັດແລະພາກທຸລະກິດຕ້ອງເປັນຄູ່ຮ່ວມພັດທະນາຢ່າງແທ້ຈິງ ບໍ່ເປັນພຽງແຕ່ຮູບການແລ້ວຮັບປະກັນວ່າ ເສດຖະກິດຂອງລາວພັດທະນາແນ່ນອນເຊິ່ງໃນເມື່ອເສດຖະກິດມີການຂະຫຍາຍຕົວກໍຈະເປັນຜົນກະທົບເປັນຕ່ອງໂສ້ໃນການພັດທະນາ ເສດຖະກິດ-ສັງຄົມ ຫລາຍດ້ານໂດຍສະເພາະຊີວິດການເປັນຢູ່ຂອງ ປຊ ກໍຈະດີຂື້ນເປັນກ້າວໆ.