ດວງລາຍວັນປະຈຳວັນທີ 05 ກັນຍາ 2021 ການງານ ການເງິນ ຄວາມຮັກ

    0
    571

    ວັນຈັນ:ການ​ງານ​ ຈະ​ຈັບ​ທຸລະກິດ​ງານ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ທີ່​ທ່ານ​ຄາດ​ຫວັງ​ ແຕ່​ມີ​ບໍລິວານ​ບາງ​ຄົົນທີ່ຍັງ​ສື່​ສານ​ບໍ່​ເຂົ້າໃຈ​ກັນ​ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ເງີນ​ ຜູ້ໃຫຍ່​ຈະໃຫ້​ການ​ຊ່ວຍ​ເຫລືອ​ອຸບປະຖຳ​ທາງ​ດ້ານ​ການ​ເງີນ​ ຫລື​ໃນ​ມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ​ ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ເພາະ​ຍັງມີ​ເລື່ອງ​ວຸ້ນວາຍ​ທີ່​ຕ້ອງ​ຮີບ​ຈັດການ​ຫລາຍກວ່າ​ທີ່​ຈະ​ທຸ້ມເທ​ດ້ານ​ຄວາມ​ຮັກ​ໂດຍ​ກົງ​

    ວັນຄານ:ການ​ງານ​ ຈະ​ເຮັດວຽກ​ຫຍັງ​ໃນ​ຊ່ວງ​ນີ້ປະ​ສົບ​ຄວາມ​ສຳ​ເລັດ​ແມ່ນ​ຕ້ອງ​ພົບອຸປະສັກ​ດ້ວຍ​ກໍ​ຖື​ວ່າ​ເປັນ​ເລື່ອງ​ປົກກະຕິ​ ເລື່ອງ​ທີ່​ຕ້ອງ​ລະ​ວັງ​ຄື​ຄວາມ​ໃຈ​ຮ້ອນ​ຈົນ​ເກີນ​ໄປ​ເຮັດໃຫ້​ງານ​ເກີດ​ຄວາມ​ຜິດ​ພາດ​ ການ​ເງິນ​ ມີ​ທັງ​ຮັບ​ທັງ​ຈ່າຍ​ໃນ​ຊ່ວງ​ນີ້ສະລັບ​ປັບ​ປ່ຽນ​ກັນ​ໄປ​ ແຕ່​ກໍ​ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ທັນ​ທ່ວງ​ທີ​ຢ່າງ​ແນ່ນອນ​ ຄວາມ​ຮັກ ຕ້ອງ​ໃຊ້​ຄວາມ​ໃຈ​ເຢັນ​ ຢ່າ​ໃຊ້​ຄວາມ​ໃຈ​ຮ້ອນ​ເພາະ​ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​

    ວັນພຸດ:ການ​ງານ ກວດ​ກາ​ເບິ່ງ​ເອກະສານ​ໃຫ້​ຖ້ວນ​ຖີ່​ ໃນ​ການ​ເຈລະ​ຈາ​ຕໍ່​ລອງ​ຕ່າງ​ໆ​ ຢ່າ​ໃຫ້​ຖືກ​ເອົາ​ປຽບ​ ຕ້ອງ​ມີ​ຄວາມ​ອ້ອມ​ຄອບ​ຫລາຍ​ໆ​ ການ​ເງິນ ຍັງ​ຄົງ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ ແຕ່​ເມື່ອ​ຈ່າຍ​ອອກ​ໄປ​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ໃຊ້​ຫລາຍ​ ແຕ່​ກໍ​ຍັງ​ຫາ​ໄດ້​ທັນ​ໃຊ້​ຢູ່​ ຄວາມ​ຮັກ ລະ​ວັງ​ຄຳ​ເວົ້າ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ ຫລື​ເຮັດໃຫ້​ເກີດ​ຄວາມ​ຄາງ​ແຄງ​ໃຈ​ ຄວນ​ເວົ້າ​​ປັບ​ຄວາມ​ເຂົ້າໃຈ​ໃຫ້​ກົງ​ກັນ​

    ວັນພະຫັດ:ການ​ງານ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ຜົນ​ງານ​ ຫລື​ການ​ງານ​ທີ່​ດີ​ຂຶ້ນ​ສະເໝີ​ໃນ​ຊ່ວງ​ນີ້​ ການເດິນທາງ​ ການ​ໂຍກ​ຍ້າຍ​ກໍ່​ໃຫ້​ເກີດ​ໂອ​ກາດ​ ແລະ​ຄວາມ​ສຳ​ເລັດ​ ການ​ເງິນ ມີ​ຂ່າວ​ດີ​ດ້ານ​ການ​ເງີນ​ເຂົ້າ​ມາ​​ ຊຶ່ງ​ທ່ານ​ກໍ​ອຸ່ນ​ໃຈ​ໄດ້​ໃນ​ຊ່ວງ​ນີ້​ວ່າ​ຈະ​ຄ່ອຍ​ໆ​ ມີ​ຄວາມຫມັ້ນຄົງ​ຂຶ້ນ​ໄປ​ຕະຫຼອດ ຄວາມ​ຮັກ ຍັງ​ບໍ່​ສົນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ ເພາະ​ຍັງ​ມຸ້ງ​ເນັ້ນ​ໃນ​ເລື່ອງ​ການ​ງານ​ຫລາຍກວ່າ​

    ວັນສຸກ:ການ​ງານ​ ຊ່ວງ​ນີ້​ຈະ​ເຮັດວຽກ​ສິ່ງ​ໃດ​ກໍ​ຈະ​ມີຄົນ​ຊ່ວຍ​ເຫລືອ​ ການເດິນທາງ​ມີ​ຄວາມ​ປອດ​ໄພ​ ການເດິນທາງ​ຕ່າງ​ປະເທດ​ຈະ​ມີ​ໂຊກ​ດີ​ ການ​ເງິນ ລະ​ວັງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ໃນ​ຊ່ວງ​ນີ້​ ຕ້ອງ​ມີ​ເລື່ອງ​ຈຳ​ເປັນ​ທີ່​ຕ້ອງ​ໃຊ້​ເງີນ​ເປັນ​ຈຳນວນ​ຫລາຍ​ອອກ​ໄປ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ ມີ​ໂອ​ກາດ​ໄດ້​ຂ່າວ​ດີ​ເລື່ອງ​ຄວາມ​ຮັກ​ ຫລື​ໄດ້​ພົບ​ຄູ່​ຄອງ​ແບບບັງເອີນ

    ວັນເສົາ:ການ​ງານ​ ຊ່ວງ​ນີ້​ບໍ່​ຕ້ອງ​ເມື່ອຍປານໃດ​ເຮັດວຽກ​ໄດ້​ດັ່ງ​ໃຈ​ ແຕ່​ຕ້ອງ​ລະ​ວັງ​ການ​ຂັດ​ແຍ້ງ​ກັບ​ຜູ້ໃຫຍ່​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ຕະຫຼອດ ໃນ​ຊ່ວງ​ນີ້​ ດວງສະຕາດ້ານ​ການ​ເງີນ​ຈະ​ມີ​ຄວາມ​ໂຊກດີ​ເຂົ້າ​ມາ​ຕະຫຼອດ ພໍ​ທີ່​ຈະ​ສະບາຍ​ໃຈ​ໄດ້​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ດ້ວຍ​ບຸນເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​ກັນ​ກັບ​ໃຜ​ບາງ​ຄົົນທີ່​ເປັນ​ຄົນ​ເກັ່ງ​ມີ​ຄວາມ​ສາມາດ​ ຊຶ່ງ​ທ່ານ​ຄວນ​ຄ່ອຍ​ໆ​ເບິ່ງ​ສຶກ​ສາ​ຈິດ​ໃຈ​ກັນ​ໄປ​

    ວັນອາທິດ:ການ​ງານ ຄວາມ​ດຸໝັ່ນຈະ​ເຮັດໃຫ້​ມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ງານ​ ຜູ້ໃຫຍ່​ຈະໃຫ້​ການ​ສະໜັບ​ສະໜູນ​ດີ​ຂຶ້ນ​ໃນ​ໄລ​ຍະ​ນີ້​ ການ​ເງິນ ລະ​ວັງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ໃຊ້​ເງີນ​ເປື້ອງ​ໄດ້​ຄືແຕ່​ກ່ອນ​ ຄວາມ​ຮັກ ມີ​ໂອ​ກາດ​ຕົກ​ຢູ່ໃນ​ສະຖານນະການ​ພາ​ວະ​ຮັກ​ຊ້ອນ​ໃນ​ຊ່ວງ​ນີ້​ ການ​ພົບ​​ດ້ານ​ຄວາມ​ຮັກ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ວຽກງານ​​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.