ບໍ່ຄວນເບິ່ງຂ້າມ…!!! 10 ພືດຕິກຳ ທີ່ເຮັດໃຫ້ທຳລາຍສະໝອງ ມີຫຍັງແດ່ໄປອ່ານເບິ່ງພ້ອມກັນເລີຍ.

    0
    985

    ສະບາຍດີມື້ນີ້ ແອັດມິນ ມີຄວາມຮູ້ດີໆມາຝາກ ກ່ຽວກັບບາງເລື່ອງນ້ອຍໆ ທີ່ເຮົາບໍ່ຄາດຄິດກໍ່ອາດຈະນຳສີ່ງທີ່ບໍ່ດີຕໍ່ສຸຂະພາບ ໄປອ່ານເບິ່ງພ້ອມກັນເລີຍ

    1. ບໍ່ກິນເຂົ້າເຊົ້າ:ຫຼາຍຄົນຄີດວ່າການທີ່ບໍ່ກິນເຂົ້າເຊົ້ານັ້ນຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳ ແຕ່ນີ້ເປັນສາເຫດໃຫ້ສານອາຫານໄປລ້ຽງສະໝອງບໍ່ພຽງພໍ ສາມາດເຮັດໃຫ້ສະໝອງເສື່ອມໄດ້.

    2. ກິນອາຫານຫຼາຍເກິນໄປ:ຈະເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງໂຕເປັນສາເຫດໃຫ້ເກີດພະຍາດຄວາມຈຳເສື່ອມ.

    3. ການສູບຢາ:ເປັນສາເຫດຂອງພະຍາດສະໝອງຟໍ່ ແລະ ພະຍາດຄວາມຈຳເສື່ອມ.

    4. ກິນຂອງຫວານຫຼາຍເກິນໄປ:ຈະໄປສະກັດກັ້ນການດູດຊືມໂປຼຕິນ ແລະ ສານອາຫານທີ່ເປັນປະໂຫຍດ ເປັນສາເຫດຂອງການຂາດສານອາຫານ ແລະ ສະກັດກັ້ນການພັດທະນາສະໝອງ.

    5. ມົນລະພິດ:ສະໝອງເປັນພາກສ່ວນເຮັດວຽກໜັກທີ່ສຸດໃນຮ່າງກາຍ ການສູດດົມອາກາດທີ່ເປັນມົດລະພິດເຂົ້າໄປ ຈະເຮັດໃຫ້ອົກຊີໃນສະໝອງມີໜ້ອຍ ສົ່ງຜົນໃຫ້ປະສິດຕີພາບໃນການເຮັດວຽກຂອງສະໝອງຫຼຸດລົງ.

    6. ການອຶດນອນ:ເປັນເວລາດົນ ຈະເຮັດໃຫ້ຈຸລັງສະໝອງຕາຍໄດ້ ສ່ວນການນອນຫຼັບເຮັດໃຫ້ສະໝອງໄດ້ພັກຜ່ອນ.

    7. ການນອນເອົາຜ້າຫົ່ມປົກຫົວ:ຈະເປັນການເພີ່ມຄາບອນໄດຣອ໋ອກໄຊໃຫ້ຫຼາຍຂຶ້ນ ແລະ ຫຼຸດອົກຊີ ໃຫ້ໜ້ອຍລົງ ສົ່ງຜົນໃຫ້ການເຮັດວຽກຂອງສະໝອງບໍ່ມີປະສິດຕິຜົນ.

    8. ໃຊ້ສະໝອງເວລາທີ່ບໍ່ສະບາຍ:ການເຮັດວຽກ ຫຼື ຮຽນໃນເວລາທີ່ບໍ່ສະບາຍ ຈະເຮັດໃຫ້ປະສີດຕິພາບການເຮັດວຽກຂອງສະໝອງຫຼຸດລົງ ຄືກັນກັບການທຳລາຍສະໝອງໄປໃນໂຕ.

    9. ຂາດການໃຊ້ຄວາມຄິດ:ການຄິດເປັນສີ່ງທີ່ດີທີ່ສຸດໃນການຝືກສະໝອງ ສ່ວນການຂາດການໃຊ້ຄວາມຄີດ ອາດເຮັດໃຫ້ສະໝອງຟໍ່ໄດ້.

    10. ເປັນຄົນບໍ່ມັກເວົ້າ:ທັກສະໃນການເວົ້າຈະເປັນໂຕສະແດງເຖີງປະສິດຕິພາບຂອງສະໝອງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.