ສະລະໂສດອີກຫນຶ່ງຄູ່ ຄັ້ງນີ້ເປັນຄິວຂອງນັກຮ້ອງສາວສຽງດີ “ດາ ເດນໂດຣຟິນ” ທີ່ຖືກແຟນຫມຸ່ມແຣບເປີສຸດລໍ່ “ເດນນີສ ໄທຄູນ” ເຊີໄພຄຸກເຂົ່າຂໍແຕ່ງງານແລ້ວ.
ໂດຍ“ເດນນີສ ໄທຍຄູນ” ໄດ້ແຊຣຮູບພາບຈັບມືສາວດາທີ່ໃສ່ແຫວນເພັດເມັດໃຫຍ່ ລະບຸວ່າ she said Yes!!! ພ້ອມຄຣີບນາທີແຫ່ງຄວາມສຸກທີ່ເຈົ້າໂຕຄຸກເຂົ່າຂໍສາວດາແຕ່ງງານລົງໃນອິນສະຕາແກຣມສ່ວນໂຕໂດຍ ບັນຍາກາດການຂໍແຕ່ງງານເກີດຂື້ນເມື່ອ “ ເດນນີສ” ຈັດງານສະຫລອງວັນຄ້າຍວັນເກີດຄົບຮອບອາຍຸ35ປີ ຂອງສາວດາ ໂດຍການຈອງເຊບຢີ່ປຸ່ນໃຫ້ມາເຮັດໂອມາກາເຊະສຸດຫລູຫລາແບບສ່ວນໂຕທີ່ບ້ານ ຈາກນັ້ນຝ່າຍຊາຍກໍໄດ້ເຊີໄພ ໂດຍການຄຸກເຂົ່າລົງຕໍ່ຫນ້າສາວດາ ກ່ອນຈົກແຫວນອອກມາຂໍແຕ່ງງານ ເຮັດໃຫ້ສາວດາເຖຶງກັບກັ້ນນໍ້າຕາເອົາໄວ້ບໍ່ຢູ່ ກ່ອນຈະຍື່ນມືອອກໄປໃຫ້ຫນຸ່ມ ເດນນີສ ສວມແຫວນທັນທີ.
ເສັ້ນທາງຄວາມຮັກຂອງ “ດາ ເອັນໂດຣຟິນ” ແລະຫວານໃຈ “ເດນນີສ” ນັ້ນ ທັງສອງເປັນຫມູ່ເພື່ອນ ແລະຝ່າຍຊາຍເປັນແຟນຄຣັບສາວດາມາດົນກວ່າ 10ປີແລ້ວ ຈົນເຖິງປາຍປີ2563 ທີ່ຜ່ານມາ ທັງຄູ່ມີໂອກາດໂຄຈອນກັບມາພົບກັນ ເພື່ອໂອ້ລົມເລື່ອງການແຕ່ງເພງຕ່າງໆນຳກັນ
ຈາກນັ້ນຈຶ່ງພັດທະນາຄວາມສຳພັນມາຕະຫລອດຈົນກາຍມາເປັນຄູ່ຮັກກັນ ດັ່ງທີ່ເຮົາໄດ້ເຫັນຄວາມຫວານຂອງທັງສອງຄົນຜ່ານໂຊຊຽວມີເດີຍມາໂດຍຕະຫລອດ
ໃນດ້ານການທຳງານ ພາຍຫລັງສາວດາຫມົດສັນຍາກັບສັງກັດເກົ່າ ຄ້າຍຈີເອັມໆແກຣມມີ່ ກໍຕັດສິນໃຈເຊັນສັນຍາກັບຄ້າຍເພງນ້ອງໃຫມ່ທີ່ຊື່ “28 Recording Label” ມີຜົນງານ ຊິງເກີນແຮກທີ່ຊື່ “ຖ້າເທີ Ok ft. Thaikoon” ກໍ່ໄດ້ຫມຸ່ມ ເດນນີສ ຮ່ວມຟີເຈີຣິ່ງ ໃນເພງ “Dennis Thaikoon x Da Endorhine- Wake Up” ຂອງໂຕເອງເຊັ່ນ ດຽວກັນ ເອີ້ນໄດ້ວ່າ ຮັກຂອງທັ່ງຄູ່ລົງໂຕທຸກດ້ານແທ້ໆ ຍິນດີນຳເດີ
ທີ່ມາ: ຄວາມຮູ້ບ້ານໆ