ຂ່າວດີມີເຮ…!!! 6 ສະຖານທ່ອງທ່ຽວແຫ່ງໃຫມ່ເມືອງສັງທອງ ຕ້ອງການໃຫ້ນັກລົງທຶນລາວ ແລະ ຕ່າງປະເທດ ຜູ້ທີ່ສົນໃຈລົງທຶນພັດທະນາ

    0
    1401

    ອໍານາດການປົກຄອງ ເມືອງສັງທອງ ໃຫ້ຮູ້ວ່າ: 6 ສະຖານທ່ອງທ່ຽວແຫ່ງໃຫມ່ເມືອງສັງທອງ ປະກອບມີ

    – ສະຖານທີ່ພັກສະເດັດສຸພານຸວົງ ທີ່ຜູ້ນໍາລາວຈໍານວນ 16 ທ່ານໂຕນອອກຈາກຄຸກໂພນເຄັງ ແລ້ວໄປພັກຢູ່ສາຍພູພະນັງເຂດບ້ານທ່ານາຂາມໃນເມື່ອກ່ອນ,

    – ທີ່ຕັ້ງຂອງກອງຮ້ອຍຟ້າງຸ່ມ (ບ້ານຫີນສີ່ວ),
    – ອະນຸສອນສະຖານວິລະຊົນສີທອງ,
    – ເຂດດົງປ່າແຕ້-ປ່າແຄນ ຕິດຫມັ້ນ ກັບການທ່ອງທ່ຽວຕາມສາຍນໍ້າສັງ,

    – ເຂດດອນເຈົ້າ ແລະ ຄ້ອຍແລນມານ (ພັດທະນາເປັນຈຸດຊົມວິວ, ຈຸດພັກລົດ ແລະ ບໍລິການອາຫານ)
    ຕ້ອງການໃຫ້ນັກລົງທຶນລາວ ແລະ ຕ່າງປະເທດ ຜູ້ທີ່ສົນໃຈລົງທຶນພັດທະນາ .

    ທ່ານ ພົງສະຫວັນ ສິບິພັນ ເຈົ້າເມືອງສັງທອງ ໃຫ້ກ່າວເມື່ອບໍ່ດົນມານີ້ວ່າ:
    6 ສະຖານທີ່ແຫຼ່ງທ່ອງທ່ຽວດັ່ງກ່າວ ເປັນແຫຼ່ງທ່ອງທ່ຽວໃຫມ່ທີ່ຍັງບໍ່ມີການພັດທະນາ,

    ບັດຈຸບັນນີ້ຍັງຢູ່ໃນຂັ້ນຕອນສະເຫນີ ຫຼື ແຈ້ງການເຖິງຄວາມຕ້ອງການອໍານາດການປົກຄອງເມືອງສັງທອງ ທີ່ຕ້ອງການໃຫ້ນັກລົງທຶນທີ່ມີຄວາມສົນໃຈຢາກພັດທະນາແຫຼ່ງທ່ອງທ່ຽວໃດຫນຶ່ງໃຫ້ຮັບຮູ້

    ແລະຖ້ານັກລົງທຶນມີຄວາມສົນໃຈສາມາດສອບຖາມໄດ້ ທີ່ອົງການປົກຄອງເມືອງສັງທອງເຊື່ອວ່າຖ້າແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ຮັບການພັດທະນາຈະສາມາດດຶງດູດນັກທ່ອງທ່ຽວໄດ້ແນ່ນອນ ເພາະເມືອງສັງທອງແມ່ນບໍ່ໄກຈາກຕົວເມືອງນະຄອນຫຼວງວຽງຈັນ

    ນອກນັ້ນເສັ້ນທາງກໍ່ສະດວກສະບາຍຕາມສາຍທາງເລກທີ 11 (ເລາະແຄມຂອງ) ແລະ ມີຄວາມງາມຂອງທໍາມະຊາດ ຕະຫຼອດສອງຟາກທາງນັບແຕ່ເມືອງສີໂຄດຕະບອງ ຫາເມືອງສັງທອງ.

    ຂ່າວ: ບຸນຕຽງ

    ຂອບໃຈທີ່ມາ:ນັກທຸລະກິດ New CEO Laos

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.