ວັນທີ 3 ກັນຍາ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 146 ກໍລະນີ

    0
    999

    ວັນທີ 3 ກັນຍາ​​ 2021​​ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່​ 146 ກໍລະນີ ສະຫຼຸບ​ ສະຖານະການລະບາດຂອງພະຍາດໂຄວິດ​ ຈາກຄະນະເພາະກິດ​ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 146 ຕົວຢ່າງ​ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 6 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ:​ 69 ຄົນ ( 15 ຄົນ ເປັນກໍລະນີນຳເຂົ້າ) ( 54 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 18 ຄົນ ( 12 ຄົນ ເປັນກໍລະນີນຳເຂົ້າ) ( 6 ຄົນ ໃນຊຸມຊົນ), ແຂວງສາລະວັນ: 21 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 6 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 9 ຄົນ ( 7 ຄົນ ເປັນກໍລະນີນຳເຂົ້າ) ( 2 ຄົນ ໃນຊຸມຊົນ) , ແຂວງບໍລິຄຳໄຊ 6 ຄົນ( 3 ຄົນ ເປັນກໍລະນີນຳເຂົ້າ) ( 3 ຄົນ ໃນຊຸມຊົນ), ແຂວງຫຼວງພະບາງ 4 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ)( 3 ໃນຊຸມຊົນ) , ແຂວງໄຊຍະບູລີ ( 1 ຄົນ ໃນຊຸມຊົນ) ແຂວງອຸດົມໄຊ ໄຊສົມບູນ ( 2 ຄົນ ໃນຊຸມຊົນ) , ແຂວງວຽງຈັນ ( 2 ຄົນ ໃນຊຸມຊົນ) ແຂວງໄຊສົມບູນ ( 1 ຄົນ ໃນຊຸມຊົນ)

    ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.