ຂ່າວດ່ວນ..!!!ທີມງານກູ້ໄພ ກຳລັງເລັ່ງຄົ້ນຫາ ເດັກຊາຍອາຍຸ 5 ປີ ຈົມນ້ຳໃນວັນທີ 02/09/2021 ເວລາ 17:59 ນາທີ ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີເຫດເດັກນ້ອຍຈົມນ້ຳ ທີ່ເຂດບ້ານປາກແຮດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
ເຊິ່ງເປັນເດັກນ້ອຍ ເພດຊາຍ ອາຍຸປະມານ 5ປີ,ສະພາບຈຸດເກີດເຫດແມ່ນເປັນຄອງລະບາຍນ້ຳປະຈຸບັນພວກເຮົາຍັງໃຫ້ທາງທີມກູ້ໄພທາງນ້ຳເລັ່ງຄົ້ນຫາຕາມຈຸດທີ່ເດັກນ້ອຍຕົກ ແລະ ຈຸດທີ່ຄາດວ່າຈະພົບເຫັນ.
ລາຍລະອຽດເປັນຈັ່ງໃດແມ່ນພວກເຮົາຈະລາຍງານເພີ່ມເຕີມພາຍຫລັງ.ຈັ່ງໃດກໍ່ຂໍໃຫ້ພົບໄວໆເດີ້ ດີແທ້ຂໍໃຫ້ເດັກນ້ອຍປອດໄພເດີ້ ສາທຸ
Cr: ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ.