ມອບ-ຮັບ ບ້ານຈັດສັນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1

    0
    949

    ໃນວັນທີ 2 ກັນຍາ 2021 ຢູ່ບ້ານຈັດສັນ ບ້ານເມືອງມ່ວນ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບ-ຮັບ ບ້ານຈັດສັນເມືອງມ່ວນ ພາຍຫລັງກໍ່ສ້າງສໍາເລັດ ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ, ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ມີທ່ານເຈົ້າເມືອງວຽງທອງ, ຮອງຜູ້ອໍານວຍການໃຫຍ່ບໍລິສັດນໍ້າເທີນ 1 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ປໍລີ ຜູ້ຈັດການພາກສະໜາມ ໄດ້ຜ່ານບົດລາຍງານ ການກໍ່ສ້າງບ້ານຈັດສັນ ບ້ານເມືອງມ່ວນ ໃຫ້ປະຊາຊົນທີຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໂດຍໄດ້ເລີ່ມບຸກເບີກກໍ່ສ້າງມາແຕ່ກາງເດືອນ ມີນາ 2020 ມາຮອດ ວັນທີ 23 ສິງຫາ 2021 ໄດ້ສໍາເລັດ, ເຊິ່ງປະກອບມີ ເຮືອນທັງໝົດ 88 ຫລັງ, ມີ 4 ຂະໜາດຄື: ຂະໜາດ 48 ຕາແມັດ ຈໍານວນ 1 ຫລັງ, ຂະໜາດ 50 ຕາແມັດ 14 ຫລັງ, ຂະໜາດ 60 ຕາແມັດ 41 ຫລັງ ແລະ ຂະໜາດ 70 ຕາແມັດ 32 ຫລັງ.

    ພ້ອມນີ້ ຍັງໄດ້ກໍ່ສ້າງໂຮງຮຽນປະຖົມ 1 ຫລັງ ຂະໜາດ 508 ຕາແມັດ ປະກອບມີ 6 ຫ້ອງ, ສ້າງຫ້ອງການບ້ານ 1 ຫລັງ ຂະໜາດ 96 ຕາແມັດ, ໄດ້ກໍ່ສ້າງກັນເຈື່ອນຂອງເນື້ອທີ່ດິນປຸກເຮືອນ ຄວາມຍາວ 293 ແມັດ, ສູງ 2 ແມັດ, ກໍ່ສ້າງເສັ້ນທາງພາຍໃນບ້ານ ຍາວ 1.919 ແມັດ, ກວ້າງ 7 ແມັດ ແລະ ສໍາເລັດການດຶງຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ 0,4 ກິໂລໂວນ ເຂົ້າບ້ານ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.