ຂ່າວຮ້າຍ…!!! ກຳມະການ ຕັດສິນໃຫ້ ທີມລົດຕັງ ກອງທັບ ປຊຊລາວ ຕົກຮອບ ຂອງການແຂ່ງຂັນມື້ຄືນນີ້

    0
    2068

    ຂ້າພະເຈົ້າໃນນາມຫົວຫນ້າທີມລົດຕັງ ກອງທັບ ປຊຊລາວ ຕາງຫນ້າບັນດານັກສູ້ພາຍໃນທີມ ຂໍໂທດຂໍອາໄພນຳພີ່ນ້ອງປະຊາຊົນຄົນລາວ ທີ່ຊົມ ແລະ ເຊຍໃຫ້ກຳລັງໃຈໃນການແຂ່ງຂັນນຳໃຊ້ພາຫະນະອາວຸດທີ່ທັນສະໄຫມໃນເວທີສາກົນລະດັບໂລກທີ່ດຸເດືອດ

    ມື້ນີ້ເປັນມື້ຊິງເຂົ້າຮອບຊິງຊະນະເລີດ ໃນທາມກາງສາຍຝົນ 3 ຈຸລົດໄດ້ແຂ່ງຂັນຢ່າງລຸລັງທຸເລ ຜ່ານຜ່າບັນດາອຸປະສັກ ພ້ອມທັງຍິ່ງເປົ້າທັງປືນໃຫຍ່ ແລະ ປືນຈັກ ຂັບຜ່ານສີ່ງກີດຂວາງເສັ້ນທາງປຽກມື່ນ ສຸດທ້າຍສາມາດຍາດໄດ້ອັນດັບ 2 ຂອງກູ່ມແຂ່ງຂັນ ລວມເວລາທັງຫມົດເປັນອັນດັບ 3 ຂອງກູ່ມ B

    ແຕ່ກຳມະການຕັດສິນໃຫ້ພວກເຮົາຕົກຮອບເຮັດໃຫ້ຫລາຍປະເທດທີສະແດງຄວາມຍີນດີນຳພວກເຮົາ ຕົກຕະລຶງ ແລະ ພວກເຮົາກໍ່ງົງໄປພ້ອມໆກັນ ສະນັ້ນຈີ່ງແຈ້ງໃຫ້ບັນດາທ່ານເພືອຊາບ ແລ້ວເຫັນຄວາມຈໍາເປັນນຳພວກເຮົາດ້ວຍ

    ທ້າຍນີ້ກໍ່ຂໍຂອບໃຈນຳການນຳພັກລັດ ການນຳກະຊວງປ້ອງກັນປະເທດ ທີ່ໃຫ້ໂອກາດພວກເຮົາມາສະແດງຄວາມສາມາດໃນເວທີສາກົນລະດັບໂລກ ພິເສດ ຂໍຂອບໃຈນຳພີ່ນ້ອງປະຊາຊົນຄົນລາວທີ່ໃຫ້ກຳລັງໃຈຊົມ & ເຊີຍຢ່າງຫລວງຫລາຍ ພິເສດ

    ອີກເທື່ອຫນຶ່ງ ຂໍຂອບໃຈນຳບັນດາບໍລິສັດຫ້າງຮ້ານ ບຸກຄົນ, ນິຕິບຸກຄົນ ຕ່າງໆແລະທະນາຄານລາວ-ຫວຽດ , ທະນາຄານ ການຄ້າຕ່າງປະເທດລາວ ທີ່ໄດ້ສະຫນັບສະຫນູນທືນຮອນຈຳນວນຫນື່ງແບງເບົາຄວາມຫຍູ້ງຍາກໃຫ້ພວກເຮົາ ກ່າວມາຮອດຈຸດນີ້ໄດ້

    ຂໍອວຍໄຊໃຫ້ພອນບັນດາທ່ານຈົ່ງພ້ອມກັນມີຄວາມສຸກກາຍສະບາຍໃຈມີຜົນສຳເລັດທຸກຫນ້າທີ່ການງານ ມີໂຊກລາບລໍ້າລວຍຕະຫລອດໄປເທີນ ຫວັງວ່າໂອກາດຫນ້າຈະໄດ້ຮັບການສະຫນັບສະຫນູນຈາກບັນດາທ່ານອິກດ້ວຍ.

    ຫົວໜ້າທີມລົດຕັງຍານເກາະ ສະຫາຍ ພັອ ບຸນປອນ ລົມມະຈົນ

    ທີ່ມາ:ນັກຮົບໃຈກ້າ Nak Hop Jai Ka

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.